ສື່​ມວນ​ຊົນ​ຫວຽດນາມ​ຕີ​ລາຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ການ​ຢ້ຽມຢາມ​ຫວຽດນາມ​ຂອງ​ທ່ານ​ຫຼີ​ເຄີ້ສຽງ

(GMT+08:00) 2013-10-14 18:52:02     cri
ຕາມ​ຂ່າວCRI: ວັນ​ທີ13ຕຸລາ​ນີ້, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​ເດີນທາງ​ເຖິງ​ນະຄອນຫຼວງ​ຮ່າ​ໂນ້ຍຂອງ​ຫວຽດນາມ​ເລີ່​ມຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ. ​ໃນ​ມື້​ດຽວ​ກັນ, ທ່ານ​ຫຼີ​ເຄີ້ສຽງ​ກັບ​ທ່ານ​ຫງວຽນ​ເຕິ​ນຢຸງ, ນາຍົກລັດຖະມົນຕີຫວຽດນາມໄດ້​ພົບ​ປະ​ເຈລະຈາ​ເປັນ​ເວລາ2​​ຊົ່ວ​ໂມງປາຍ, ​​​ໂດຍໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບການ​ລົງ​ເລິກ​​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າຈີນ​ກັບ​ຫວຽດນາມ, ​ໄດ້​ບັນລຸ​ຄວາມ​ເຫັນ​ເປັນ​ເອກະ​ສັນ​ກັນ​ອັນ​ສຳຄັນ. ສື່ມວນ​ຊົນ​ຫວຽດນາມ​ໄດ້​ມີ​ຄວາມ​ສົນ​ໃຈ​ໃນ​ລະດັບ​ສູງ​ຕໍ່​ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ທ່ານ​ຫຼີ​ເຄີ້ສຽງ, ​​​ແລະໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ຢ້ຽມຢາມ​ຄັ້ງ​ນີ້​.

ຫົວໜ້າ​ຂອງ​ຂ່າວສານ​ຫວຽດນາມ​ສາຂາ​​ປັກກິ່ງ​ກ່າວ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​CRIວ່າ, ຫວຽດນາມ​ຄອງ​ຄອຍ​ການ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ນີ້​ຂອງ​ທ່ານ​ຫຼີ​ເຄີ້ສຽງສາມາດ​ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ກ້າວ​ເຂົ້າ​ສູ່​ລະດັບ​ສູງກວ່າ​ເກົ່າ.

《ໜັງສືພິມປະຊາຊົນ》ສຽງ​ຂອງ​ສູນ​ກາງ​ພັກກອມ​ມູນິດ​ຫວຽດນາມ​ໄດ້​ພິມ​ບົດນຳ​​ທີ່​ມີ​ຫົວ​ຂໍ້ວ່າ《ຊຸກຍູ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຫວຽດນາມ​ກັບ​ຈີນ》, ​ໂດຍ​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ການ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ນີ້​ຂອງ​ທ່ານຫຼີ​ເຄີ້ສຽງ, ​ແລະຫວັງ​ວ່າການ​ຢ້ຽມຢາມ​ຫວຽດນາມຂອງ​ທ່ານ​ຫຼີ​ເຄີ້ສຽງ​ຄັ້ງ​ນີ້ຈະ​ຊຸກຍູ້​ການ​ພັດທະ​ນາ​​ການ​ພົວພັນ​ໃນ​ດ້ານ​ຕ່າງໆ​ລະຫວ່າງ​ຫວຽດນາມ​ກັບ​ຈີນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ສັນຕິພາບ​, ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາຂອງ​ພາກ​ພື້ນ​ກໍ​ຄື​ຂອງໂລກ.

​ເວັບ​ໄຊ<ຕຽນ​ພົງ​ອົງ​​ໄລ>ຂອງ​ໜັງສືພິມ​ຕຽນ​ຟັງ​ຂອງ​ຫວຽດນາມ​ກໍ່​ໄດ້​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ການ​ຢ້ຽມຢາມ​ຫວຽດນາມ​ຂອງ​ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນຢ່າງທັນ​ການ. ຂ່າວລາຍ​ງານ​​ວ່າ, ກ່ຽວ​ກັບ​ຄວາມ​ຂັດ​ແຍ້ງກັນ​​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້, ສອງ​ຝ່າຍ​ຈະ​ສືບ​ຕໍ່​ຍຶດໝັ້ນ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນຂອງ​ການ​ນຳສອງ​ພັກ, ​ສອງ​ປະ​ເທດ, ຍຶດໝັ້ນ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ດ້ວຍ​ການ​ປຶກສາ​ຫາລື​ແລະ​ເຈລະຈາ​ກັນ​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ.