ຈີນ​​ແລະ​ອັງກິດ​ຈະ​ຮ່ວມ​ມື​ພັດທະນາ​​ໂຄງການເມືອງສະໜາມບິນມານ​​ເຊດ​ສ​ເຕີ

(GMT+08:00) 2013-10-14 15:26:37     cri

ວັນ​ທີ 13 ຕຸລາ​ນີ້, ທ່ານ​​ໂຈສ ໂອສເບີນ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນອັງກິດເປີດເຜີຍວ່າ, ຈີນ​​ແລະ​ອັງກິດ​ຈະ​ຮ່ວມ​ມື​ພັດທະນາໂຄງການ​ເມືອງສະໜາມບິນມານ​ ​​​ເຊດສ​ເຕີເຊິ່ງເປັນໂຄງການພັດທະນາໃຫຍ່ທີ່ສຸດຂອງເອີຣົບໃນປັດຈຸບັນທີ່​ມີມູນຄ່າ​ຈໍານວນ 800 ລ້ານ ປອນ​ ຫລື 10,072 ກີບ.

ຕາມ​ສັນຍານ, ກຸ່ມ​ບໍລິສັດ​ຈຽນ​ກົງ​ປັກ​ກິ່ງ​ກັບ​ກຸ່ມ​ບໍລິສັດ​ສະໜາມບິນມານ​ຊິນ​ສ​ເຕີຈະຮ່ວມ​ມື​ກັນ ​ແລະ​ຈະອອກທຶນ​ຕັ້ງ​ວິ​ສາ​ຫະກິດຮ່ວມ​ທຶນ​ໂດຍ​ຮ່ວມ​ກັບບໍລິສັດ​ກໍ່ສ້າງ Carillion ​ແລະ ກ​ອງທຶນ​ເບ້ຍ​ບໍານານມານ​​ເຊດ​ສ​ເຕີ ຫລື GMPF ​ເພື່ອ​ສ້າງ​​ໂຄງການ"ເມືອງສະໜາມບິນ"ຮ່ວມ​ກັນ. ​ໃນ​ຖານະ​ເປັນ​ໜຶ່ງ​ໃນໂຄງການພັດທະນາ​​ໃຫຍ່​ທີ່​ສຸດ​ຂອງ​ເອີຣົບ, "ເມືອງສະໜາມບິນ" ຈະ​ອໍາ​ນວຍ​​ເຂດການ​ຄ້າທີ່​ມີ​ເນື້ອ​ທີ່ 5 ລ້ານ​ຕາລາງຟຸດ ຫລື 46 ​ເຮັກຕາ ​ເຊິ່ງລວ​ມທັງການ​ຜະລິດ, ສາງ​ເກັບມ້ຽນ​ສິນຄ້າ, ຕຶກອາຄານສໍານັກງານຫ້ອງການ, ​ໂຮງ​ແຮມ, ການ​ຄ້າຂາຍຍ່ອຍ​ແລະສິ່ງກໍ່ສ້າງບັນ​ເທິງ ​ແລະ​ຈະ​ສ້າງ​ໂອກາດ​​ການປະກອບ​ອາຊີບ 16000 ຕໍາ​ແໜ່​ງ.

ທ່ານໂອສເບີນ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ອັງກິດກ່າວ​ວ່າ, ທ່ານ​ຮູ້ສຶກ​ປິ​ຕິ​ຊົມ​ຊື່ນ​ເປັນ​ຢ່າງ​ຍິ່ງ​ທີ່​ຈະໄດ້​​ເຫັນ​​ໂອກາດຂອງ​ການ​​ປະກອບ​ອາຊີບ​ແລະ​​ໂອກາດ​ດ້ານ​ການ​ຄ້າ​ໃໝ່​​​ໄປຄຽງ​ຄູ່​ກັບ​ການ​ພັດ​ທະນາ​ຂອງເມືອງສະໜາມບິນ. ອັງກິດ​ຕ້ອງ​ຮັບປະກັນ​ການ​ລົງທຶນ​ທີ່​ມາ​ຈາກ​ຕ່າງປະ​ເທດ​ໂດຍ​ສະ​ເພາະ​ມາ​ຈາກຈີນ​​ໃຫ້ສາມາດ​ໄປ​​ເຖິງ​ທ້ອງ​ຖິ່ນ​ຕ່າງໆຂອງ​ອັງກິດ​ໄດ້ ​ແລະ​ຊຸກຍູ້​ກາ​ນ​ຟື້ນ​ຕົວ​ຂອງ​ເສດຖະກິດທ້ອງ​ຖິ່ນ​ຕ່າງໆຂອງ​ອັງກິດ.