ອົງການ​ສະ​ຫະປະຊາ​ຊາດ​ລາຍ​ງານ​ວ່າ, ຊາວ​ອົບ​ປະຍົບຊີຣີທີ່​ເດີນທາງໄປ​ລີ​ບັງ​ມີ​ເຖິງ​ເກືອບ 8 ແສນຄົນ

(GMT+08:00) 2013-10-14 15:29:02     cri

ວັນ​ທີ 13 ຕຸລາ​ນີ້, ຢູ່​ນະຄອນຫລວງ​ເບ​ຮຸດ​ຂອງ​ລີ​ບັງ, ຄະນະ​ກໍາມະການ​ຊັ້ງ​ສູງ​ອົງການ​ສະ​ຫະປະຊາ​ຊາດກ່ຽວ​ກັບວຽກ​ງານຊາວ​ອົບ​ພະຍົບ ຫລື UNHCR ​ເປີດ​ເຜີຍ​ບົດລາຍງານ​ວ່າ, ມາ​ຮອດ​ປັດຈຸບັນ​ນີ້, ຊາວ​ອົບ​ພະຍົບຊີຣີທີ່​​ເດີນທາງ​ໄປ​ລີ​ບັງ​ມີ​ເຖິງ​ເກືອບ 8 ແສນ ​ຄົນ ​ເຊິ່ງ​ໄດ້​ເພີ່ມ​ຂຶ້ນ​​ປະມານ 1 ໝື່ນ 4 ພັນຄົນ​ຖ້າ​ທຽບ​ກັບ​ອາທິດ​​ແລ້ວ​ນີ້. ​ໃນ​ນັ້ນ​ມີປະມານ 7 ​ແສນຄົນ​ໄດ້​ລົງ​ທະບຽນກັບ​ຫ້ອງການ UNHCR ​ແລະ​ຍັງ​ມີ​ປະມານ 1 ​ແສນ​ຄົນ​ກໍາລັງ​ລໍຖ້າ​ລົງ​ທະບຽນ. ​ເຂົາ​​ເຈົ້າ​ກໍາລັງ​ໄດ້ຮັບ​ການປົກ​ປັກ​ຮັກສາ​ແລະ​ການ​ຊ່ວຍ​ເຫລືອ​ຈາກລັດຖະບານລີ​ບັງ​ແລະອົງການ​ສາກົນ​ທີ່​ກ່ຽວຂ້ອງ​ເຊັ່ນ​, ອົງການ​ສະ​ຫະປະຊາ​ຊາດ ​ແລະ​ອື່ນໆ.

ມື້​ດຽວ​ກັນ, ທ່ານ​​ໂມ​ຮາ​ເມັດ ຊາ​ຟາ​ດີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນລີ​ບັງທີ່​ກໍາ​ລັງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະ​ເທດ​ຊ່ວຍ​ເຫລືອລີ​ບັງຢູ່​ວໍ​ຊິງ​ຕັນ​ອາ​ເມ​ລິ​ກາ ​ໄດ້ກ່າວ​ວ່າ, ບັນຫາຊາວ​ອົບ​ພະຍົບຊີຣີທີ່ລີ​ບັງປະ​ເຊີນ​ໜ້າຢູ່​ໃນ​ປັດຈຸບັນ ​ບໍ່​ແມ່ນ​ບັນຫາ​ຂອງລີ​ບັງຝ່າ​ນດຽວ ​ແລະບໍ່​ຄວນ​ຮັບຜິດຊອບ​ໂດຍລີ​ບັງພຽງຝ່າຍ​ດຽວ, ​ປະຊາ​ຄົມ​​ໂລກກໍ​ຄວນ​ຮັບຜິດຊອບ​ຕໍ່​ບັນຫາ​ນີ້​ເຊັ່ນ​ກັນ.