ສື່​ມວນ​ຊົນ​ຍີ່ປຸ່ນ​ກ່າວ​ວ່າ, ລັດ​ຖະບານ​ຍີ່ປຸ່ນ​ເຄີຍຫລົບຫລີກ​ບັນຫານາງ​ບໍາ​ເລີຂ​ອງອາຊີ​ຕາ​ເວັນ​ອອກສຽງ​ໃຕ້

(GMT+08:00) 2013-10-14 16:36:41     cri

ວັນ​ທີ 13 ຕຸລາ​ນີ້, ໜັງສືພິມອາຊາຮີຊິມບູນຂ​ອງ​ຍີ່ປຸ່ນແຈ້ງຂ່າວວ່າ, ລັດຖະບານ​ຍີ່ປຸ່ນເຄີຍຈົງ​ໃຈ​ຫລົບຫລີກບັນຫາ​​ນາງ​ບໍາ​ເລີຂ​ອງອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໃນ​ຊຸມ​ປີ 90 ສະຕະວັດ​ແລ້ວ​ນີ້ ​ເພື່ອ​ຫລຸດຜ່ອນ​ຄວາມ​ສົນ​ໃຈ​ຂອງ​ປະຊາ​ຄົມ​ໂລກ​ຕໍ່​ບັນຫາ​ນີ້.

ໜັງສືພິມອາຊາຮີຊິມບູນໄດ້​ລາຍ​ງານ​ຂ່າວ​ນີ້​​ເປັນຂ່າວທີ 1​ ໃນ​ໜ້າທໍາ​ອິດ​​ຂອງ​ໜັງສືພິມໃນມື້​ດຽວ​ກັນ. ຂ່າວດັ່ງກ່າວໄດ້ຍົກເອົາ​​ໂທລະ​ເລ​ກລັບຂອງ​ກະຊວງການ​ຕ່າງປະ​ເທດ​ຍີ່ປຸ່ນ​ສະບັບວັນ​ທີ 30 ກໍ​ລະ​ກົດ ​ປີ 1993 ມາລາຍງານວ່າ, ທ່ານ​ມູ​ໂຕ​ ກາ​ບຸ​ນ ທີ່​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ​​ໃນ​​ໄລຍະ​ນັ້ນ ​ໄດ້​ສັ່ງ​ໃຫ້​ສະຖານທູດ​ຍີ່ປຸ່ນ​ປະ​ຈໍາ​ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ​ແລະ​ຟິລິບ​ປິ​ນວ່າ, "ການ​ສໍາ​ຫລວດ​ສາມາດ​ປຸກ​ປັ່ນ​ອາລົມ​ຂອງ​ປະຊາຊົນ, ສະ​ນັ້ນ​ຕ້ອງ ​ຫລົບ​​ຫລີກ​ການ​ສໍາ​ຫລວດ​ໃນ 3 ປະ​ເທດ​ນີ້ຈົນ​ສຸດ​ຄວາມ​ສາມາດ​". ຂ່າວ​ຊີ້​ອອກ​ວ່າ, ​ເຖິງວ່າລັດຖະບານ​ຍີ່ປຸ່ນ​ໄດ້​ທໍາ​ທ່າ​ທີ່​ຈະ​ສໍາ​ຫລວດ​ບັນຫານາງ​ບໍາ​ເລີ​ຢ່າງຮອບດ້ານກໍ​ຕາມ, ​ແຕ່​​ໃນ​ຕົວຈິງ​ແລ້ວ​ບໍ່​ໄດ້​ເຮັດຕາມ​ແນວ​ນັ້ນ. ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຂອງ​ລັດຖະບານ​ຍີ່ປຸ່ນ​​ໃນ​ໄລຍະ​ນັ້ນ​​ເຄີຍ​ກ່າວ​ວ່າ, ການ​ສໍາ​ຫລວດ​ບັນຫານາງ​ບໍາ​ເລີບໍ່​ຈໍາກັດ​ແຕ່​ຢູ່ແຫລມ​ເກົາຫລີ​ເທົ່າ​ນັ້ນ.

ຕໍ່​ເລື່ອ​ງທີ່​ຍີ່ປຸ່ນ​ບໍ່​ໄດ້​ສໍາ​ຫລວດ​ບັນຫານາງ​ບໍາ​ເລີຢ່າງ​ເຕັມທີ່, ລັດຖະບານ​ອິນ​ໂດ​ເນ​ເຊຍ​ເຄີຍ​ອອກ​ຖະ​ແຫລ​ງການ​​​ໃນ​ປີ 1992 ເພື່ອ​ກ່າວ​ປະນາມ​ລັດຖະບານ​ຍີ່ປຸ່ນ.