ຊີ​ຣີ​ເຂົ້າ​ຮ່ວມ "ສົນທິສັນຍາ​​ເກືອດຫ້າມ​​ອາວຸດ​ເຄມີ"ຢ່າງ​ເປັນ​ທາງການ

(GMT+08:00) 2013-10-15 10:52:20     cri
ວັນ​ທີ 14 ຕຸລາ​ນີ້, ອົງການ​​ເກືອດຫ້າມ​​ອາວຸດ​ເຄມີ​​ໄດ້​ອອກ​ຖະ​ແຫຼ​ງການ​ປະກາດ​ວ່າ, "ສົນທິສັນຍາ​​ເກືອດຫ້າມ​​ອາວຸດ​ເຄມີ" ມີ​ສິດ​ບັງຄັບ​ໃຊ້​ຕໍ່ຊີຣີຢ່າງ​ເປັນ​ທາງ​ການ​ເລີ່​ມ​ແຕ່​ວັນ​ທີ 14 ຕຸລາ​ນີ້​ເປັນ​ຕົ້ນ​ໄປ, ຊີຣີກໍ່​ກາຍ​ເປັນ​ປະ​ເທດ​ສະມາຊິກ​ທີ 190 ຂອງ​ອົງການ​ດັ່ງກ່າວ​ແລ້ວ.

​ອົງການ​​​ເກືອດ​ຫ້າມ​ອາວຸດ​​ເຄມີ​​ແນະນຳໃນ​ຖະ​ແຫຼ​ງການ​ໂດຍ​ຫຍໍ້ສະບັບ​ໜຶ່ງວ່າ, ຊີຣີ​ໄດ້​ຍື່ນ​ເອກະສານ​ທີ່​ກ່ຽວຂ້ອງ​​ໃນ​ການ​​ຮ້ອງ​ຂໍ​ເຂົ້າ​ເປັນ​ສະມາຊິກ "ສົນທິສັນຍາ​​​ເກືອດ​ຫ້າມ​ອາວຸດ​ເຄມີ" ​ໃຫ້​ອົງການ​ສະຫະ​ປະຊາ​ຊາດ​ໃນ​ວັນ​ທີ 14 ກັນຍາ​ແລ້ວ​ນີ້. ​ໃນ​ກອງ​ປະຊຸມ​ສະພາ​ມົນຕີ​ຄັ້ງ​ທີ 74 ຂອງ​ອົງການ​​​ເກືອດ​ຫ້າມ​ອາວຸດ​ເຄມີ​ທີ່​ຈັດ​ຂຶ້ນ​​ໃນ​ວັນ​ທີ 8 ຫາ​ວັນ​ທີ 11 ຕຸລາ​ນີ້, ອົງການ​​​ເກືອດ​ຫ້າມ​ອາວຸດ​ເຄມີ​ໄດ້​ບັນທຶກ​​ເລື່ອງ​ທີ່​ຊີຣີຮ້ອງ​ຂໍ​ເຂົ້າ​ເປັນ​ສະມາຊິກ "ສົນທິສັນຍາ​​​ເກືອດ​ຫ້າມ​ອາວຸດ​ເຄມີ" .

ອົງການ​​​ເກືອດ​ຫ້າມ​ອາວຸດ​ເຄມີ​​ໄດ້​ຮັບ​ການສ້າງ​ຕັ້ງ​ຂຶ້ນ​ເມື່ອ​ເດືອນ​ພຶດສະພາ​ປີ 1997, ມີສຳນັກງານ​ໃຫຍ່​ຕັ້ງ​ຢູ່​ລາ​ໄຮ​ຂອງ​ໂຮນລັງ, ຈຸດປະສົງ​ແມ່ນ​ເພື່ອ​ຮັບ​ປະກັນການ​ປະຕິບັດ "ສົນທິສັນຍາ​​​ເກືອດ​ຫ້າມ​ອາວຸດ​ເຄມີ". ປັດຈຸບັນ, ອົງການ​ດັ່ງກ່າວກຳລັງ​ຕັ້ງໜ້າ​ປະຕິບັດ​ວຽກ​ງານ​ທຳລາຍ​ອາວຸດ​ເຄມີ​ຢູ່​ຊີຣີ.