ນະຄອນຫຼວງວຽງຈັນຈັດກອງ​ປະ​ຊຸມສາ​ຫາລືກ່ຽວ​ກັບວຽກງານຄົນພິການລາວປະຈຳປີ 2013

(GMT+08:00) 2013-10-15 16:24:38     cri


ວັນທີ 15 ຕຸລານີ້, ທີ່ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັັນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບອົງການສາກົນເພື່ອຄົນພິການ ຈັດ​ກອງ​ປະຊຸມກ່ຽວກັບວຽກງານຄົນພິການລາວ ປະຈຳປີ 2013 ຂື້ນ, ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ ນາງ ອ່ອນ​ຈັນ ທຳ​ມະ​ວົງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງງານ ແລະ ສະຫວັດດີການສັງຄົມ, ຮອງ​ປະທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ ເພື່ອ​ຄົນ​ພິ​ການ, ເປັນ​ກຽດເຂົ້າຮ່ວມທ່ານ ນາງ ອານ ຣູຟ ຄັຽບ ຜູ່​ອຳ​ນວຍ​ການ​ອົງ​ການ​ສາກົນເພື່ອຄົນພິການປະຈຳລາວ, ມີບັນດາຜູ້ຕາງໜ້າຂອງກະຊວງຕ່າງໆ, ຄູ່ຮ່ວມມືເພື່ອພັດທະນາ, ອົງການຈັດຕັ້ງຄົນພິການ ແລະ ພາກ​ສ່ວນ​ກ້ອງ​ຂ້ອງ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.


ໃນກອງປະຊຸມ, ທ່ານ ນາງ ອ່ອນຈັນ ທຳມະວົງກ່າວວ່າ: ຈຸດປະສົງຂອງກອງປະຊຸມເພື່ອປຶກສາຫາລືກ່ຽວກັບວຽກງານຂອງຄົນພິການປີ 2013​, ແມ່ນ​ເພື່ອ​ຕອບ​ສະໝອງ​ການປຶກສາຫາລືສຳລັບລັດຖະບານ, ອົງການຈັດຕັ້ງສັງຄົມ,​ ຄູ່ຮ່ວມງານ ແລະ ພາກ​ສ່ວນ​ທີ່ກ່ຽວ​ຂ້ອງ​ຕ່າງໆ ຮ່ວມ​ກັນ​ແລກ​ປ່ຽນ​ການ​ປະຕິ​ບັດ​ທີ່​ດີ ແລະ ເພື່ອ​ປຶກ​ສາ​ຫາ​ລື​ກຳ​ນົດ​ຂອບ​ເຂດ​ການ​ພັດ​ທະ​ນາ​ຄົນ​ພິ​ການ​ແບບ​ມີສ່ວນຮ່ວມຢູ່ໃນລາວ. ໃຫ້​ສອດ​ຄ່ອງ​ກັບ​ສົນ​ທິ​ສັນຍາສະຫະປະຊາຊາດ ກ່ຽວກັບການປົກປ້ອງສິດທິ, ຜົນປະໂຫຍດຂອງຄົນພິການ ແລະ ແຜນ​ຍຸດ​ທະ​ສາດ​ອິນ​ຊອນ ວ່າ​ດ້ວຍ​ການ​ປະ​ຕິ​ບັດ​ງານ​ສຳ​ລັບຄົນພິການ ແລະ ການພັດທະນາແຕ່ນີ້ຮອດປີ 2022.


ໃນພິທີດັ່ງກ່າວ,  ທ່ານ ນາງ ອານ ຣູຟ ຄັຽບກ່າວວ່າ: ​ໃນ​ໄລ​ຍະ​ຜ່ານ​ມາ​ພວກ​ເຮົາ​ເນັ້ນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຮັບ​ປະ​ກັນ​ໃນ​ການ​ເຂົ້າ​ເຖິງ ສຳ​ລັບ​ຄົນ​ພິ​ການ ໃນ​ທຸກ​ຂົງເຂດວຽກງານ ແລະ ການມີສ່ວນຮ່ວມທາງດ້ານສັງຄົມ ສ້າງວຽກເຮັດງານທຳຂອງຄົນພິການຂອງລາວ ໃຫ້ມີການພັດທະນາເລື້ອຍໆ.