ການ​ຮ່ວມ​ມື​ສອງ​ຝ່າຍລະຫວ່າງ​ຈີນ​ກັບ​ຫວຽດນາມ​ໄດ້​ຮັບ​ການບຸກ​ທະ​ລຸ​ອັນ​ສຳຄັນ ຈະ​ສ້າງຕັ້ງ​ໜ່ວຍ​ງານ​ປຶກສາ​ຫາລື​ການ​ຮ່ວມ​ກັນພັດທະນາ​​ທາງ​ທະ​ເລ​

(GMT+08:00) 2013-10-15 17:08:37     cri
ຕາມ​ຂ່າວCRI: ຕອນ​ບ່າຍ​ວັນ​ທີ13ຕຸລາ​ນີ້, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນທີ່​ກຳ​ລັງ​ຢ້ຽມຢາມຢູ່ຫວຽດ ນາມ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ຫງວຽນ​ເຕິນຢຸງ, ນາຍົກລັດຖະມົນຕີຫວຽດນາມ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍຂອງ​ຫວຽດນາມ, ສອງ​ຝ່າຍ​ໄດ້​​ເຫັນ​ດີ​ໃຫ້​ສ້າງ​ຕັ້ງ3ໜ່ວຍ​ງານ​ລວມທັງ​ໜ່ວຍ​ງານ​ປຶກສາ​ຫາລືການ​ຮ່ວມ​ກັນ​ພັດທະນາ​​ທາງ​ທະ​ເລ, ການ​ຮ່ວມ​ມື​ທາງ​ທະ​ເລ, ທາງບົກ, ທະນາຄານ​ໃຫ້​ໄດ້​ພັດທະນາ​​ໄປພ້ອມ​ກັນ, ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຫວຽດນາມ​ທີ່​ມຸ່ງ​ໜ້າ​ສູ່​ອະນາຄົດ​​ໄດ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ.

ຫຼັງ​ຈາກ​ການ​ພົບ​ປະ​ເຈລະຈາສິ້ນ​ສຸດ​ລົງ, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​​ໃຫ້ສຳພາດ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ​ວ່າ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ​ກັບ​ຫວຽດນາມ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່, ​ແມ່ນ​ຄວາມ​ຄືບ​ໜ້າ​ທີ່​ມີ​ລັກສະນະ​ທາດ​ແທ້​. ທ່ານ​ກ່າວ​ວ່າ:

"ຜົນງານ​ທີ່ສຳຄັນ​ທີ່​ສຸດ​ທີ່​ໄດ້​ຮັບ​ໃນການ​ພົບ​ປະ​ເຈລະຈາ​ລະຫວ່າງ​ພວກ​ຂ້າພະ​ເຈົ້າ, ສາມາດ​ເວົ້າ​ໄດ້​ວ່າ​ແມ່ນການ​ບຸກທະລຸ​ໃໝ່​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ຫວຽດນາມ, ​ກໍ່​ຄື: ສອງ​ປະ​ເທດຈະ​ສ້າງຕັ້ງ​ໜ່ວຍ​ງານ​ປຶກສາ​ຫາລືການ​ຮ່ວມ​ກັນ​ພັດທະນາ​​ທາງ​ທະ​ເລ, ໜ່ວຍ​ງານ​ຮ່ວມ​ມືດ້ານ​​ພື້ນຖານ​ໂຄງ​ລ່າງ​ທາງບົກ​ແລະ​ໜ່ວຍ​ງານ​ດ້ານການ​ທະນາຄານຢ່າງ​ເປັນ​ທາງ​ການ, 3ໜ່ວຍ​ງານ​ນີ້​ຈະ​ພ້ອມ​ກັນດຳ​ເນີນການ​ຮ່ວມ​ມືລະຫວ່າງ​ສອງ​ປະ​ເທດ​ໃນ3ດ້ານ​ດັ່ງກ່າວ."

ທ່ນຫຼີ​ເຄີ້ສຽງ​ໄດ້​ເປີດ​ເຜີຍ​ວ່າ, ຈີນ​ກັບ​ຫວຽດນາມ​ເຫັນ​ເປັນ​ເອກະ​ສັນ​ກັນ​ວ່າ, ຄວນສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ການ​ເມືອງລະຫວ່າງ​ສອງ​ປະ​ເທດ, ຮັກສາ​ການ​ໄປມາຫາສູ່​ກັນຂອງ​ການ​ນຳ​ຂັ້ນ​ສູງ​ລະຫວ່າງ​ສອງ​ປະ​ເທດ, ​ເປີດ​ກວ້າງ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້​ຫຼາຍເທົ່າ​ທີ່​ຈະ​ຫຼາຍ​ໄດ້, ຄວບ​ຄຸມ​ແລະ​ເຮັດ​ໃຫ້​ຄວາມ​ຂັດ​ແຍ້ງກັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ໜ້ອຍ​ລົງຈົນ​ສຸດ​ຄວາມ​ສາມາດ, ​ແລະປົກປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ເຂດ​ທະ​ເລ​ຈີນ​ໃຕ້. ທ່ານ​ກ່າວ​ວ່າ:

"ພວກ​​ເຮົາ​ຈະ​ພະຍາຍາມ​​ໃຫ້ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຕົວ​ຈິງໃນ​ການຮ່ວມ​ກັນ​ພັດທະນາ​ຮ່ວມ​ກັນ​ທາງ​ທະ​ເລຢູ່​ນອກປາກ​ອ່າວ​ເປີ​ຍປູ້, ​​ປຶກສາ​ຫາລື​​ແລະຄົ້ນຄວ້າ​ການ​ຮ່ວມ​ກັນພັດທະນາ​​ຢູ່​ເຂດ​ທະ​ເລ​​ທີ່​ມີ​ຂອບ​ເ​ຂດ​ທີ່​ກວ້າງຂວາງ​ກວ່າ​ເກົ່າ. ​ເຊິ່ງຈະ​ສະ​ແດງ​ໃຫ້​ໂລກ​ເຫັນ​ຢ່າງ​ຈະ​ແຈ້ງ​​ວ່າ, ຈີນ​ກັບ​ຫວຽດນາມ​ມີ​ຄວາມ​ສາມາດ​ແລະມີ​ສະຕິ​ປັນຍາ​​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ເຂດ​ທະ​ເລ​ຈີ​ນ​ໃຕ້, ​ເປີດ​ກວ້າງ​ຜົນ​ປະ​ໂຫຍ​ດຮ່ວມ​​ຂອງ​ພວກ​​ເຮົາ, ຄວບ​ຄຸມ​ແລະຫຼຸດຜ່ອນຄວາມ​ຂັດ​ແຍ້ງກັນ​ໃຫ້​ໜ້ອຍ​ລົງ."

ທ່ານ​ຫງວຽນ​ເຕິ​ນຢຸງ​ເຫັນ​ດີ​ນຳ​ຂໍ້ສ​ະເໜີ​ຂອງ​ທ່ານ​ຫຼີ​ເຄີ້ສຽງກ່ຽວ​ກັບ​ການ​ພັດທະນາ​​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ, ກ່າວ​ວ່າ​ຫວຽດນາມ​ຍິນ​ດີ​ຮ່ວມ​​ກັບ​ຈີນ​ຊຸກຍູ້​ການ​ຮ່ວມ​ມື​ທາງ​ທະ​ເລ, ທາງບົກ​ແລະ​ດ້ານການທະນາຄານ, ພະຍາຍາມ​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ຕັ້ງໜ້າ​ແລະຕິດ​​ແທດ​ຕົວ​ຈິງ​ໂດຍ​ໄວ.ທ່ານ​ກ່າວ​ວ່າ:

"ສອງ​ຝ່າຍ​ເຫັນ​ດີຮ່ວມ​ກັນປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ທາງ​ທະ​ເລ​, ຄວບ​ຄຸມ​ຄວາມ​ຂັດ​ແຍ້ງກັນ​ໃຫ້​ດີ, ຍຶດໝັ້ນ​ສະ​ແຫວ​ງຫາ​ວິທີ​ແກ້​ໄຂ​ດ້ວຍ​ການ​ເຈລະ​ຈາ​ແລະການ​ປຶກສາ​ຫາລື​ທີ່ມີ​ໄມ​ຕີ​ຈິດ. ​ໂດຍ​ອີງ​ຕາມ​ຈິດໃຈ​ນີ້,ສອງ​ຝ່າຍ​ເຫັນ​ດີ​ຮ່ວມ​ກັນ​ພະຍາຍາມ​ໃຫ້​​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ມີ​ລັກສະນະ​ທາດ​ແທ້​ກ່ຽວ​ກັບ​ບັນຫາ​ການ​ແບ່ງ​​​ເສັ້ນ​ຊາຍ​ແດນ​ຢູ່​ນອກປາກ​ອ່າວ​ເປີ​ຍປູ້​ແລະ​ການ​ຮ່ວມ​ກັນ​ພັດທະນາ​."