ທ່ານ​ບານ​ກີ​ມູນ​ກ່າວ​ປະນາມ​​ເຫ​ດການ​ຫລອນ​ໂຈ​ມ​ຕີດ້ວຍ​ລະ​ເບີດ​ຢູ່ອີຣັກ

(GMT+08:00) 2013-10-15 10:55:51     cri

ວັນ​ທີ 12 ຫາ​ວັນ​ທີ 13 ຕຸລາ​ນີ້, ​​ໄດ້ເກີດ​ເຫດການ​​ຫລອນ​ໂຈ​ມ​ຕີຮຸນ​ແຮງດ້ວຍ​ລະ​ເບີດທີ່​ ​ລົດຍົນ​ຫລາຍ​ຄັ້ງຢູ່ອີຣັກ ​ແລະ​ໄດ້​ເຮັດ​ໃຫ້​ມີ​ຜູ້​ໄດ້ຮັບ​ບາດ​ເຈັບ​ແລະ​ເສຍ​ຊີວິດຮ້ອຍ​ກວ່າຄົນ. ວັນ​ທີ 14 ຕຸ​ລາ​ນີ້, ທ່ານ​ບານ​ກີ​ມູນ, ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາ​ດ​ໄດ້​ອອກ​ຖະ​ແຫລ​ງການ​​ໂດຍ​ຜ່ານ​ໂຄ​ສົກ​ ​​ກ່າວປະນາມ​​ເຫ​ດການ​ຫລອນ​ໂຈ​ມ​ຕີດ້ວຍ​ລະ​ເບີດ​ຫລາຍ​ຄັ້ງ​ທີ່​​ເກີດ​ຂຶ້ນ​ໃນ​ມໍ່ໆ​ນີ້ຢູ່ອີຣັກ, ທ່ານ​ໄດ້ຮຽກຮ້ອງ​ໃຫ້ອີຣັກບັນລຸຄວາມ​ເປັນ​ເອກະ​ພາບ​ດ້ານ​ການເມືອງ​ຈົນ​ສຸດ​ຄວາມ​ສາມາດ ​ແລະຫລີກ​ເວັ້ນ​ຄວາມຮຸນ​ແຮງ​ລະຫວ່າງ​ຝ່າຍ​ຕ່າງ​.

ຖະ​ແຫລ​ງການ​ກ່າວ​ວ່າ, ທ່ານ​ບານ​ກີ​ມູນ​ໄດ້ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຕໍ່​ຄອບຄົວຂອງ​ຜູ້​ເສຍ​ຊີວິດແລະລັດຖະບານອີຣັກ ​ແລະ​ຫວັງ​ວ່າ​ຜູ້​ທີ່​ໄດ້​ໄດ້​ຮັບ​ບາດ​ເຈັບຈະ​ໄດ້​ຮັບ​ການ​​ຟື້ນ​ຟູ​ສຸຂະພາບ​ໂດຍ​ໄວ. ທ່ານ​ບານ​ກີ​ມູນກ່າວ​ວ່າ, ​​ເຫ​ດການ​ຫລອນ​ໂຈ​ມ​ຕີທີ່​ເກີດ​ຂຶ້ນ​ໃນ​​ໂອກາດ​ບຸນ​ເອດ ອານ-ອາດ​ຮາ ​ແມ່ນ​ຕໍ່າ​ຕ້ອຍ​ທີ່​ສຸດ. ພ້ອ​ມນັ້ນ, ທ່ານ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ຜູ້​ນໍາ​ຝ່າຍ​ຕ່າງໆ​ຂອງອີຣັກທໍາ​ຄວາມ​ພະຍາຍາມ​ເພື່ອ​ບັນລຸຄວາມ​ເປັນ​ເອກະ​ພາບ​ດ້ານ​ການເມືອງ ​ແລະ​ບໍ່​ໃຫ້​ປະ​ເທດ​ຕົກ​ຢູ່​ຄວາມ​ຮຸນ​ແຮງ​ຂອງ​ຝ່າຍ​ຕ່າງໆ​ອີກ. ​