ນາຍົກລັດຖະມົນຕີຈີນພົບ​ປະ​ກັບ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ

(GMT+08:00) 2013-10-15 14:44:58     cri

ຕອນ​ເຊົ້າວັນ​ທີ 14 ຕຸລາ​ນີ້, ທ່ານ​ຫລີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ ​ໄດ້ພົບ​ປະ​ກັບ​ທ່ານ​ຫງວຽນຟູ​ຈອງ, ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຢູ່​ນະຄອນຫລວງ​ຮ່າ​ໂນ້ຍ ​ຫວຽດນາມ.

ທ່ານຫລີ​ເຄີ້ສຽງກ່າວ​ວ່າ, ຈີນ​ກັບ​ຫວຽດນາມ​ມີ​ສາຍພູ​​ແລະ​ແມ່​ນໍ້າ​ຕິດ​ຈອດ​ກັນ, ມີ​ວັດທະນະ​ທໍາ​ທີ່ຄ້າຍຄືກັນ, ລະບອບ​ກໍຄື​ກັນ; ກາ​ນ​ແລ​ກປ່ຽນ​​​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​​ໄດ້​ກ້າວ​ເຂົ້າສູ່​ລວງ​ເລິກ. ປັດຈຸບັນ​ນີ້​ຈີນ​ແລະ​ຫວຽດນາມ​ລ້ວນ​ແຕ່​ຢູ່​ໃນ​ໄລຍະ​ສໍາຄັນ​ຂອງ​ກາ​ນພັດທະນາ, ຈີນ​ຍິນ​ດີ​ຮັກສາ​ການ​ແລ​ກປ່ຽນຊັ້ນ​ສູງ​ດ້ານ​ຍຸດ​ທະ​ສາດກັບ​ຫວຽດນາມ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ດ້ານ​ການ​ຄຸ້ມ​ຄອງ​ລັດແລ​ະການ​ບໍລິຫານ​ວຽກ​ງານ, ຍຶດໝັ້ນ​ຫລັກການ​ທີ່ໃຫ້​ບຸລິມະສິດ​ດ້ານເສ​ດຖະກິດ​ແລະຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ເປັນອັນ​ດັບ​ໜຶ່ງ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ກັບ​ຕົວ​ຈິງ, ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່.

ທ່ານ​ຫລີ​ເຄີ້ສຽງ​ຊີ້​ອອກ​ວ່າ, ຈະ​ສາມາດ​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້​ໄດ້​ດີ​ຫລື​ບໍ່​ ບໍ່​ພຽງ​ແຕ່​ກ່ຽວ​ພັນ​ກັບມິດຕະພາບ​ລະຫວ່າ​ງ​ປະຊາຊົນສອງ​ຊາດ​ເທົ່ານັ້ນ, ຍັງ​ກ່ຽວພັນ​ກັບ​ສະພາບ​ແວດລ້ອ​ມດ້ານການ​ເມືອງ​ແລ​ະຄວາມ​ໝັ້ນຄົງ​ຂອງ​ການ​ຮ່ວມ​ມື​ຂະໜາດ​ໃຫຍ່​ຕ່າງໆລະຫວ່າງ​ສອງ​ປະ​ເທດ ​ເຊັ່ນການ​ເປີດ​ກວ້າງ​ການ​ລົງທຶນ​ດ້ານ​ການ​ກໍ່ສ້າ​ງພື້ນຖານ​ໂຄງ​ລ່າງ ​ແລະ​ອື່ນໆ. ກ່ອນ​ໜ້ານີ້, ທ່ານ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​​ເອກະສັນ​ກັນ​ທີ່​ສໍາຄັນ​ກັບ​ທ່ານ ຫງວຽນ​ເຕິ​ນຢູ​ງ, ນາຍົກລັດຖະມົນຕີຫວຽດນາມ ກ່ຽວ​ກັບ​ການ​​ເຮັດ​ໃຫ້ການຮ່ວມ​ມື​ທາງ​ທະ​ເລ, ທາງບົກ ​ແລະ ທາງດ້ານ​​ເງິນລະ​ຫວ່າ​ງສອງ​ປະ​ເທດພັດທະນາ​​ໄປພ້ອມ​ກັນ. ສອງ​ຝ່າຍ​​ເຫັນ​ດີ​ເປັນ​​ເອກະສັນ​ກັນວ່າ​ຈະ​ຄຸ້ມ​ຄອງ​ຂໍ້​ຂັດ​ແຍ້ງ​ຢ່າງ​​ເໝາະ​ສົມ, ບໍ່​ໃຫ້​ບັນຫາ​ທະ​ເລ​ຈີນ​ໃຕ້ລົບ​ກວນ​​ການ​ຮ່ວມ​ມືລ​ະຫວ່າງ​ສອງ​ປະ​ເທດ, ຊຸກຍູ້​ການ​ຮ່ວມ​ມືທີ່ຕິດ​​ແທດ​ກັບ​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ປະ​ເທດ ​ແລະ​ສ້າງ​ຄວາມສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ​ກໍ​ຄື​ພາກພື້ນ​ນີ້ ບົນ​ພື້ນຖານ​​​ເພີ່ມ​ທະວີ​ຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ​ແລ​ະຮັດ​ແໜ້ນ​ໄມຕີ​ຈິດ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ.

ທ່ານຫງວຽນຟູ​ຈອງກ່າວ​ວ່າ, ຝ່າຍຫວຽດນາມ​ຈະ​ຈົດຈໍາ​ຈີນ​ທີ່​​ໄດ້​ໃຫ້ການ​ສະໜັບສະໜູນ​​ແລະ​ການ​ຊ່ວຍ​ເຫລືອ​ທີ່​ລໍ້າ​ຄ່າ. ຫວຽດນາມ​ກັບ​ຈີນ​ມີ​ຜົນ​ປະ​ໂຫຍ​ດຮ່ວມທີ່​ກວ້າງ​ຂວາງ​ ​ແລ​ະກໍ​ປະ​ເຊີນ​ໜ້າ​ກັບ​ໂອກາດ​​ແລະ​ສິ່ງ​ທ້າ​ທາຍ​ຮ່ວມ​ກັນ. ​ສອງ​ຝ່າຍ​​ໄດ້​ບັນລຸ​ຄວາມ​ຮັບຮູ້ທີ່​ເປັນ​ເ​ອກະສັນ​ກັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ທະ​ເລ, ທາງ​ບົກ ​ແລະທາງດ້ານ​ການ​​ເງິນ​ໃນ​ຄັ້ງນີ້; ໄດ້​ວາງ​ທິດ​ການ​ຮ່ວມ​ມືລະຫວ່າງ​ສອງ​ປະ​ເທດ​ຢ່າງຈະ​ແຈ້ງ. ຝ່າຍຫວຽດນາມ​ຍິນ​ດີ​ຮ່ວມ​ກັບ​ຝ່າຍຈີນ, ຈັດຕັ້ງ​ປະຕິ​ບັດ​ຄວາມ​ຮັບ​ຮູ້​ດັ່ງກ່າວຢ່າງຮອບ​ດ້ານ, ປັບປຸງໄມຕີ​ຈິດ​ມິດຕະພາບ​ຖານ​ບ້ານ​ໃກ້​​ເຮືອນຄຽງຕື່ມ​ອີກ, ລົງ​ເລິກ​ການ​ຮ່ວມ​ມື​ຮອບດ້ານ, ​ເພີ່ມ​ທະວີ​ຄວາມສຸກ​ຂອງ​ປະ​ຊົນ​ສອງ​ຊາດ.

ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ຫລີ​ເຄີ້ສຽງ​ໄດ້​ເຂົ້າ​ວາງ​ພວງມາລາ​ຢູ່​ສຸສານ​ໂຮ​ຈີ​ມິນ.