ລັດຖະບານ​ໄທ​ກ່າວ​ວ່າ​ ຫລາຍ​ປະ​ເທດ​ໄດ້​ວາງ​ແຜນ​ຈະ​ຊື້​​ເຂົ້າສານ​ຈາກ​ໄທ​​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາ​ຫານ

(GMT+08:00) 2013-10-15 15:42:51     cri

ໜັງສືພິມ​ຫລຽນ​ເຮີ​ຈາວ​ປ້າວ​ຂອງ​ສິງກະ​ໂປ​ລາຍ​ງານ​ວ່າ, ເມື່ອບໍ່​ດົນ​ມາ​ນີ້, ລັດຖະບານ​ໄທ​ກ່າວ​ວ່າ​, ​ເນື່ອງ​ຈາກ​ວ່າປັດຈຸບັນ​ນີ້​ບັນຫາການ​ຮັບປະກັນສະບຽງ​ອາ​ຫານ​ໄດ້​ຮັບ​ການ​​ເອົາ​​ໃຈ​​ໃສ​ນັບ​ມື້​ນັບ​ຫລາຍ​ຂຶ້ນ, ຫລາຍ​ປະ​ເທດ​ໄດ້​ວາງ​ແຜນ​ຈະ​ຊື້​​ເຂົ້າສານ​ຈາກ​ໄທ​​ເພື່ອ​ຮັບປະກັນ​​ໃຫ້​ມີສະບຽງ​ອາ​ຫານສໍາຮອງ​ທີ່​ພຽງ​ພໍ.

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່າ​ນຢານຢົງ ພວງລາດ, ລັດຖະມົນຕີ​ຊ່ວຍວ່າການ​ກະຊວງການ​ຄ້າ​ໄທ​ກ່າວ​ວ່າ, ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ​ໄດ້​ເຮັດ​ໃຫ້​ລາຄາ​ຂອງສະບຽງ​ອາ​ຫານ​ເພີ່ມ​ຂຶ້ນ, ຫລາຍ​ປະ​ເທດ​ເປັນ​ຫ່ວງ​ວ່າ​ຈະ​ເຮັດ​​ໃຫ້​ມີ​ວິ​ກິດ​ການ​ດ້ານສະບຽງ​ອາ​ຫານ​ເກີດ​ຂຶ້ນ. ສະນັ້ນປະ​ເທດ​ຕ່າງໆ​ໄດ້​ເລີ່​ມຊື້​ພືດ​ພັນ​ທັນ​ຍາ​ຫານ​ຫລາຍ​ກວ່າ​ເກົ່າເພື່ອ​ຮັບປະກັນ​ການສະໜອງ​ສະບຽງ​ອາ​ຫານ. ​ປະ​ເທດ​ດັ່ງກ່າວ​ລວມທັງ​ປະ​ເທດ​ສະມາຊິກ​ອາ​ຊຽນ, ປະ​ເທດ​ຕາ​ເວັນ​ອອກ​ກາງ​ແລະ​ບາງປະ​ເທດອາ​ຟຼິກາ. ປັດຈຸບັນ​ນີ້, ​ໄທ​ໄດ້​ດໍາ​ເນີນ​ການ​ເຈລະ​ຈາ​ກັບ​ຫລາຍ​ປະ​ເທດ ​ເພື່ອ​ປຶກສາ​ຫາລື​​ເລື່ອງການຊື້​​ເຂົ້າສານ​ຈາກ​ໄທ​​ເລີ່​ມແຕ່​ປີໜ້າ​ເປັນ​ຕົ້ນ​ໄປ.