ນາຍົກລັດຖະມົນຕີ​ມາ​ເລ​ເຊຍກ່າວວ່າ ລະດັບ​ສິນ​ເຊື່ອ​ຂອງ​ມາ​ເລ​ເຊຍ​ຈະ​ບໍ່​ຖືກ​ຫລຸດ​ລົງ

(GMT+08:00) 2013-10-15 16:19:43     cri

​ເມື່ອ​ບໍ່​ດົນ​ມານີ້, ທ່ານ​ນາ​ຈີບ ຕູນ ຣາຊັກ, ນາ​ຍົກ​ລັດຖະມົນ​ຕີ ທັງ​ເປັນລັດຖະມົນຕີ​ວ່າການ​ກະຊວງ​ການ​​ເງິນ​ມາ​ເລ​ເຊຍ​ກ່າວ​ວ່າ, ທ່ານ​​ເຊື່ອ​ວ່າ​ມາ​ເລ​ເຊບສາມາດ​ຫລີກ​​ເວັ້ນ​​ຊະ​ຕາກໍາ​ທີ່ ລະດັບ​ສິນ​ເຊື່ອຖືກ​ຫລຸດ​ລົງ​​ໂດຍລັດຖະບານ​ຈະ​ອອກ​ແຮງ​ຮັກສາ"ລະດັບ​ດີ​ທີ່​ສຸດ" ​ເພື່ອປ້ອງ​ກັນ​ບໍ່​ໃຫ້ການ​ຕິດ​ໜີ້​ຂອງ​ປະ​ເທດ​ມີຫລາຍ​ກວ່າ 55% ຂອງລວມ​ຍອດ​​ຜະລິດ​ຕະພັນ​ພາຍ​ໃນ ຫລື GDP.

ທ້າຍ​ເດືອນ​ກໍລະກົດ​ນີ້, Fitch ທີ່​ເປັນ​ອົງການ​ປະ​ເມີນ​ສາກົນ​ໄດ້​ຫລຸດ​ການ​ຄາດ​ຄະ​ເນ ລະດັບ​ສິນ​ເຊື່ອ​ຂອງ​ມາ​ເລ​ເຊຍຈາກ​ລະດັບໝັ້ນຄົງ​ລົງ​ເປັນ​ລົບ, ສາຍ​ເຫດຕົ້ນຕໍ​ກໍ​ແມ່ນ​ລັດຖະບານ​ມາ​ເລ​ເຊຍມີໜີ້​ສິນຫລາຍ​ແລ​ະຂາດ​ການ​ປະຕິ​ຮູບ​ດ້ານ​ງົບປະມານ.