ການ​ເຈລະຈາ​ກ່ຽວກັບ​ບັນຫາ​ນີວ​ເຄຼຍອີຣານຮອບ​ໃໝ່​​ໃນ​ມື້​ທຳ​ອິດ​ສິ້ນ​ສຸດ​ລົງ​ແລ້ວ

(GMT+08:00) 2013-10-16 16:00:43     cri
ຕອນ​ເຊົ້າ​ວັນ​ທີ 15 ຕຸລາ​ນີ້, ການ​ເຈລະຈາ​ຮອບ​ໃໝ່​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍອີຣານລະ ຫວ່າງ 6 ປະ​ເທດ​ຄືອາ​ເມ​ລິ​ກາ, ອັງກິດ, ຝລັ່ງ, ຣັດ​ເຊຍ​, ຈີນ​ແລະ​​ເຢຍລະ​ມັນ​ກັບ​ອີຣານ​ໄດ້​ສິ້ນ​ສຸດ​ການ​ເຈລະຈາ​ໃນ​ມື້​ທຳ​ອິດ​ຢູ່​ເຊີ​ແນວ​ຂອງ​ສວິສ. ການ​ເຈລະຈາ​ຈະ​ສືບ​ຕໍ່​ດຳ​ເນີນ​​ໄປ​ໃນ​ວັນ​ທີ 16 ຕຸລາ​ນີ້.

ຕາມ​ຂ່າວ​ແຈ້ງວ່າ, ທ່ານ​ໂມ​ຮຳມັດ ຈາ​ວັດ ຈາຣິຟ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອີຣານ​ຜູ້ຕາງໜ້າ​ຂອງ​ການ​ເຈລະຈາອີຣານໄດ້​ບັນ​ລະ​ຍາຍ​ແຜນການ​ຂອງ​ອີຣານ​ໃນ​ຕອນ​ເຊົ້າ​ວັນ​ທີ 15 ຕຸລາ​ນີ້, ຫຼັງ​ຈາກ​ນັ້ນ​ຝ່າຍ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ການ​ເຈລະຈາ​ໄດ້​ຄົ້ນຄວ້າ​ປີກ​ຍ່ອຍ​ລະອຽດ​ຂອງ​ແຜນການດັ່ງກ່າວ.

​ໃນ​ຖະ​ແຫຼ​ງການ​ສະບັບ​ໜຶ່ງ​ທີ່​ປະກາດ​ພາຍຫຼັງ​ການ​ເຈລະຈາ​ສິ້ນ​ສຸດ​ລົງ, ທ່ານ​ມິ​ເຊຍ ມານ, ​ໂຄສົກ​ຂອງ​ທ່ານ​ຄັດ​ເທິຣິນ ອັສຕັນ, ຜູ້ຕາງໜ້າ​ຊັ້ນ​ສູງ​ທີ່​ຮັບຜິ​ດຊອບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ແລະ​ຄວາມ​ປອດ​ໄພ​ຂອງ​ສະຫະພາບ​ເອີ​ລົບ​ກ່າວ​ວ່າ, ຝ່າຍ​ຕ່າງໆ "​ໄດ້​ດຳ​ເນີນ​ການ​ປຶກສາ​ຫາລື​ອັນ​ລະອຽດ​ທີ່​ສຸດ​ໃນ​ຕອນ​ບ່າຍ​ມື້​ນີ້, ນີ້​ແມ່ນ​ການ​ປຶກສາ​ຫາລື​ແບບ​ນີ້​ຄັ້ງ​ທຳ​ອິດ." ທ່ານກ່າວ​ວ່າ, ທ່ານ​ອັສຕັນ​ຍັງຈະ​ພົບ​ປະ​ກັບ​ທ່ານ​ຈາຣິຟ​ໃນ​ວັນ​ທີ 15 ຕຸລາ​ນີ້, ການ​ເຈລະຈາ​ຈະ​ສືບ​ຕໍ່​ດຳ​ເນີນ​ໄປ​ໃນ​ຕ້ອນ​​ເຊົ້າ​ວັນ​ທີ 16 ຕຸລາ​ນີ້.