ວຽກ​ງານ​ຊອກ​ຫາ​ແລະກອບ​ກູ້ຜູ້​ປະສົບ​ໄພ​ໃນ​ອຸປະຕິ​ເຫດຍົນໂດຍສານຕົກ​ຂອງ​ລາວ​ຕົກພວມ​ດຳ​ເນີນ​ຢ່າງ​ເຄັ່ງ​ຮ້ອນ

(GMT+08:00) 2014-01-24 12:34:56     cri
 ຕາມ​ຂ່າວCRI: ວັນ​ທີ 17 ຕຸລາ​ນີ້, ບໍລິສັດ​ການບິນ​ລາວ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ​ກ່ຽວ​ກັບ​ເຫດການ​ຍົນ​ຕົກຢູ່​ປາກ​ເຊ.ຜູ້ອຳນວຍການ​ໃ​ຫຍ່ຂອງ​ບໍລິສັດ​ການບິນ​ລາວ​ໄດ້​ແຈ້ງ​ຜົນ​ການ​ສຳ​ຫຼວດຕໍ່​ເຫດການ​ຍົ​ນຕົກ, ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ​ອາກາດ​ທີ່​ຂີ້ຣ້າຍ​ແມ່ນ​ສາ​ເຫດ​ສຳຄັນ​ທີ່​ພາ​ໃຫ້​ເກີດ​ເຫດການ​ເທື່ອ​ນີ້.

ວັນ​ທີ 17 ຕຸລາ​ນີ້, ​ເຈົ້າ​ໜ້າ​ທີ່ບໍລິສັດ​ການບິນ​ລາວ​ກ່າວ​ວ່າ, ວຽກ​ງານ​ຊອກ​ຫາ​ແລະ​ກອບ​ກູ້​ຜູ້​ປະສົບ​ໄພ​ໃນ​ອຸປະຕິ​ເຫດ​ຍົນ​ໂດຍສານ​ ​ຂອງ​ລາວ​ຕົກພວມ​ດຳ​ເນີນ​ຢ່າງ​ເຕັ່ງຮ້ອນ. ນັບ​ມາ​ຮອດ​ປະຈຸ​ບັນ, ຝ່າຍ​ສາຍ​ການບິນ​ລາວ​ຍັງ​ບໍ່​ໄດ້​ພົບ​ເຫັນຊາກ​ຂອງ​ຍົນ​ໂດຍສານ​ທີ່​ຕົກນັ້ນ​ເທື່ອ.​    ເຈົ້າ​ໜ້າ​ທີ່ທ່ານ​ນີ້​ກ່າ​ວວ່າ, ບໍລິສັດ​​ການບິນ​ລາວ​ໄດ້​​ແຕ່​ງຕັ້ງໜ່ວຍ​ກູ້​ໄພ​ພ້ອມ​ກັບ​ຄະນະ​ກຳມະການ​ກູ້​ໄພ​ແຫ່ງ​ຊາດ​ໄປ​ຊອກ​ຫາ​ແລະ​ກອບ​ກູ້​ຜູ້​ປະສົບ​ໄພ​ແລະ​ກວດກາ​ສາ​ເຫດ​ທີ່​ພາ​ໃຫ້​ເກີດອຸປະຕິ​ເຫດ​ໃນ​ຄັ້ງ​ນີ້, ຜົນ​ການ​ກວດກາ​ໃນ​ເບື້ອງ​ຕົ້ນ​ແມ່ນ​ຍ້ອນ​ອາກາດ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ເກີດ​ຂຶ້ນ​ຢ່າງ​ກະທັນຫັນ, ​ແຕ່​ບໍ່​ໄດ້​ຢືນຢັນ​ເຫດຜົນສຸດທ້າຍ​ເທື່ອ. ​ການບິນ​ລາວ​ກໍ່​ໄດ້​ສ້າງ​ຕັ້ງ​ໜ່ວຍ​ກູ້​ໄພ​ສຸກ​ເສີນ ​ແລະ​ລາຍ​ງານ​ສະພາບ​ຄວາມ​ຄືບ​ໜ້າ​ຂອງ​ວຽກ​ງານ​ທີ່ກ່ຽວຂ້ອງ, ຕັ້ງ​ໂທລະສັບ​ສາຍ​ດ່ວນ​ເພື່ອ​ຕິດ​ຕໍ່​ພົວພັນ​ກັບ​ຄອບຄົວ​ຂອງ​ຜູ້​ປະສົ​ບ​ເຄາະ​ຮ້າຍ. ​ເຈົ້າ​ໜ້າ​ທີ່​ທ່ານ​ນີ້​ຍັງ​ກ່າ​ວວ່າ, ອຸປະຕິ​ເຫດ​ເທື່ອ​ນີ້​ຈະ​ບໍ່​ກະທົບ​ເຖິງ​ການ​ດຳ​ເນີນ​ງານ​ຢ່າງ​ເປັນ​ປົກກະຕິ​ຂອງ​ຖ້ຽວ​ບິນ​ອື່ນໆ​ຂອງ​ບໍລິສັດ​ການບິນ​ລາວ​ແຕ່​ຢ່າງ​ໃດ.