ກຳປັ່ນບັນທຸກສິນຄ້າຂອງ​ປາ​ນາມາ​ປະສົບ​ອຸປະຕິ​ເຫດຈົມລົງຢູ່ເຂດທະເລສ.ເກົາຫຼີ ລູກເຮືອຈີນ8ຄົນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ10ຄົນ​ເສຍ​ຊີວິດ1ຄົນ​ຫາຍ​ສາບ​ສູນ​

(GMT+08:00) 2013-10-16 16:11:59     cri
ຕາມ​ຂ່າວCRI: ວັນ​ທີ15ຕຸລາ​ນີ້, ​ກຳ​ປັ່ນ​ບັນທຸກ​ສິນຄ້າ​ຂອງປາ​ນາ​ມາ​ລຳ​ໜຶ່ງ​ໄດ້​ປະສົບ​ສະພາບອາກາດບໍ່​ດີ​ຢູ່​ເຂດ​ທະ​ເລ​ໂພ​ຮາງແຂວງ​ພຽງ​ເທັກ​​ສ.​ເກົາຫຼີ, ​ໄດ້​ເກີດ​ອຸບັດ​ຕິ​ເຫດ"ຫຼຸດ​ສະໝໍ"ຈົມ​ລົງພື້ນ​ທະ​ເລ, ລູກ​ເຮືອ​ສ່ວນ​ຫຼາຍ​ເທິງ​ກຳ​ປັ່ນ​ແມ່ນ​ຄົນ​ສັນຊາດ​ຈີນ. ​ອຸບັດ​ຕິ​ເ​ຫດ​ໄດ້​ເຮັດ​ໃຫ້10ຄົນ​ເສຍ​ຊີວິດ​ລວມທັງຜູ້​ບັນຊາ​ກຳ​ປັ່ນ​ຫຼື​ກັບຕັນ​ທີ່​ເປັນສັນຊາດ​ຈີນ, ມີ1ຄົນ​ຫາຍ​ສາບ​ສູນ. ຂ່າວແຈ້ງວ່າ, ປະຈຸ​ບັນ​ນີ້, ລວມມີ8ຄົນ​ໄດ້​ຮັບ​ການຊ່ວຍ​ເຫຼືອ​ທັງ​ໝົດ, ລ້ວນ​ແຕ່​ແມ່ນ​ລູກ​ເຮືອ​ຈີນ, ມີ​ສະພາບ​ຮ່າງກາຍ​​ເປັນ​ປົກກະຕິ​ທຸ​ຄົນ.