ກາ​ນາ​ດາ​ໃຫ້ການ​ສະໜັບສະໜູນ​ລາວ1ລ້ານ​ໂດ​ລາ​ເພື່ອກຳຈັດລູກ​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ

(GMT+08:00) 2013-10-16 16:20:10     cri
ຕາມ​ຂ່າວCRI: ວັນ​ທີ15ຕຸລາ​ນີ້, ທ່ານ​ຈອນ ​ແບ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ກາ​ນາ​ດີ​ທີ່​ກຳ​ລັງ​ຢ້ຽມຢາມ​ຢູ່​ລາວ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ, ກາ​ນາດ​າຈະ​​ໃຫ້ການ​ສະໜັບສະໜູນ​ລັດຖະບານ​ລາວ1ລ້ານ​ໂດ​ລາ​ເພື່ອ​ກຳຈັດ​ລູກ​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ​ທີ່ຕົກ​ຄ້າງ​ຢູ່ໃນ​ໄລຍະ​ສົງຄາມຫວຽດນາມ.

ທ່ານຈອນ ​ແບ ​ໄດ້​ໃຫ້​ຄວາມ​ເວົ້າ​ດັ່ງກ່າວ​ໃນ​ເວລາຢ້ຽມຢາມ​ສູນ​ຟື້ນ​ຟູ​​ຄົນ​ພິການ​ຍ້ອນ​ລູກ​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ​ຢູ່​ນະຄອນ​ຫຼວງວຽງ​ຈັນ​. ຂ່າວ​ແຈ້ງວ່າ, ​ເງິນ​ສະໜັບສະ​ໜູນ​ງວດ​ນີ້​ຕົ້ນຕໍ​ຈະ​ຖືກ​ໃຊ້​ໃນ2​ໂຄງການ​ສຳຄັນ. ​ໂຄງການ​ໜຶ່ງ​​ເພື່ອ​ເກັບ​ກູ້​ລູກ​ລະ​ເບີດ​​ບໍ່​ທັນ​ແຕກ​​ໃນເນື້ອ​ທີ່​ບໍ່​ໜ້ອຍ​ກວ່າ1​ແສນ5​ແໝື່ນຕາ​ແມັດດຳ​ເນີນ​ໂຄງການ​ໂດຍ"​ອົງການ​​ເກັບ​ກູ້ລະ​ເບີດ​"​ເຊິ່ງ​ເປັນ​ອົງການກຸສົນ, ອີກ​​ໂຄງການ​ໜຶ່ງ​ເພື່ອສະໜັບສະໜູນການ​ຮ່ວມ​ມື​ລະຫວ່າງ​ໂຄງການ​​ເກັບ​ກູ້ລະ​ເບີດ​ທີ່​​ບໍ່​ທັນ​ແຕກ​ແຫ່ງ​ຊາດ​ລາວ​ແລະອົງການ​ສະຫະ​ປະຊາ​ຊາດ​ເພື່ອການ​ພັດທະນາ​.

​ໃນ​ໄລຍະ​ສົງຄາມ​ຫວຽດນາມ, ມີ​ລູ​ກ​ລະ​ເບີດຫຼາຍ​ກວ່າ2ລ້ານ​ໂຕນ, ປະມານ270​ລ້ານ​ລູກ​ຖືກ​ຖອກ​​​ເທເຂົ້າ​ໃນ​ດິນ​ແດນ​ລາວ, ​ໃນ​ໄລຍະ40ປີ​ຫຼັງ​ຈາກ​ສົງຄາມ​ສິ້ນ​ສຸດ​ລົງມາ​ນີ້ມີ​ລູກ​ລະ​ເບີດ​ທີ່​​ບໍ່​ທັນ​ແຕກ​ຢ່າງ​ຫຼວງ​ຫຼາຍ​​ເປັນ​ໄພ​ອັນຕະລາຍ​ຕໍ່​ຄວາມ​ປອດ​ໄພ​ຂອງ​ປະຊາຊົນ​ລາວ​ມາໂດຍ​ຕະຫຼອດ, ​​ແລະມີ​ຜົນ​ກະທົບ​ຕໍ່​ການ​ພັດທະນາ​ຂອງ​ປະ​ເທດ.