ວິ​ສາ​ຫະກິດ​ອະວະກາດ​ອາ​ເມ​ລິ​ກາ​ກ່າວວ່າ​ຈີນ​ຈະ​ກາຍ​ເປັນ​ຄູ່​ແຂ່ງ​ຕົ້ນຕໍ​ຂອງ​ການ​ສົ່ງ​ດາວ​ທຽມ​ການ​ຄ້າ

(GMT+08:00) 2013-10-16 17:35:32     cri
ຕາມ​ຂ່າວCRI: ​ເວັບ​ໄຊ​ອະວະກາດ​ອາ​ເມ​ລິ​ກາ​ລາຍ​ງານ​ໃນ​ວັນ​ທີ15ຕຸລາ​ນີ້​ວ່າ, ທ່ານ​ອາ​ດານ ຮາ​ຣິສ, ຮອງ​ປະທານບໍລິສັດ​ເຕັກ​ໂນ​ໂລ​ຊີ​ສຳ​ຫຼວດອະວະກາດ​ເຊິ່ງ​ເປັນວິ​ສາ​ຫະກິດ​ເອກະ​ຊົນ​ອາ​ເມ​ລິ​ກາຄາດ​ຄະ​ເນ​ໃນ​ຫວ່າງມໍ່ໆ​ນີ້​ວ່າ, ຕະຫຼາດ​​ສົ່ງ​ດາວ​ທຽມ​ການ​ຄ້າ​ສາກົນ​ຈະ​ປະ​ເຊີນ​ໜ້າ​ກັບ​ການ​ແຂ່ງຂັນ​ຢ່າງ​ດຸ​ເດືອດ​ຂອງ​ຈີນ. ​ຖ້າ​ເບິ່ງ​​ໃນ​ໄລຍະ​ຍາວ, ຄູ່​ແຂ່ງຕົ້ນຕໍ​ໃນ​ຕະຫຼາດ​ດັ່ງກ່າວ​ຂອງ​ບໍລິສັດ​ນີ້​ບໍ່​ແມ່ນ​ທະ​ວີ​ບ​ເອີຣົບ​ແລະຣັດ​ເຊຍ, ​ຫາກແມ່ນ​ປະ​ເທດ​ຈີນ.