ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ມຽນມາ​ຊຸກຍູ້ການ​ຮ່ວມ​ມື​ຕົວ​ຈິງ​ໃຫ້​ດຳ​ເນີນ​​ໄປຢ່າງ​ສະດວກ

(GMT+08:00) 2013-10-16 19:41:20     cri

ຕາມ​ຂ່າວCRI: ວັນ​ທີ16ຕຸລາ​ນີ້, ຢູ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​, ປະທານ​ຄະ​ນະ​ກຳມະການ​ການ​ທະຫານສູນ​ກາງ​ພັກ​ກອມມູນິດ​ຈີນ​ກ່າວ​ໃນ​ເວລາ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ທ່ານ​ມິນ​ອອງ​ໄລ, ຜູ້​ບັນຊາ​ການ​ສູງ​ສຸດ​ກອງທັບ​ປ້ອງ​ກັນ​ປະ​ເທດ​ມຽນມາ​ ​ວ່າ, ຈີນ​ຍຶດໝັ້ນ​ປະຕິບັດ​ນະ​​ໂຍບາຍ​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ຕໍ່​ມຽນມາ, ຍິນ​ດີ​ຮ່ວມ​ກັນ​ກັບ​ມຽນມາ, ກຳ​ທິດ​ທາງ​ໃຫຍ່​ຂອງ​ການ​ພັດທະນາ​ດ້ານ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ຍຸດ​ທະ​ສາດ​, ​ເຮັດ​ໃຫ້​ຄວາມ​ເຫັນ​ເອກະສັນ​ກັນ​ທີ່​ສອງ​ຝ່າຍ​ໄດ້​ບັນລຸ​ປະກົດ​ຜົນ​ເປັນ​ຈິງ​, ຊຸກຍູ້​ໃຫ້ການ​ຮ່ວມ​ມື​ຕົວ​ຈິງ​ດຳ​ເນີນ​​ໄປຢ່າງ​ສະດວກ, ຮັບປະກັນ​ໃຫ້ກາ​ນພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພັດທະນາ​ໄປ​ໜ້າ​ຢ່າງ​ປອດ​ໃສ, ໝັ້ນ​ທ່ຽງ​ແລະ​ຍືນ​ຍົງ.