ງານ​ສົນທະນາ​ລະ​ລຶກວັນ​ກຳ​ເນີ​ດຂອງ​ທ່ານ​ສີ​ຈົ້ງຊູ່ນຄົບຮອບ 100 ປີຈັດຂຶ້ນຢູ່ປັກກິ່ງ

(GMT+08:00) 2013-10-16 16:25:25     cri
ຕາມຂ່າວສານຊິນຮວາ: ງານສົນທະນາລະລຶກວັນກຳເນີດຂອງທ່ານສີຈົ້ງຊູ່ນ ຄົບຮອບ 100 ປີ​ໄດ້​ຈັດ​ຂຶ້ນຢູ່​ຫໍ​ສະພາ​ປະຊາຊົນ​ປັກ​ກິ່ງ​ໃນ​ຕອນ​ເຊົ້າວັນ​ທີ 15 ຕຸລາ​ນີ້. ທ່ານ​ສີ​ຈີ້​ນຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາ​ງພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ​ໄດ້​ເຂົ້າຮ່ວມ​ງານ​ສົນທະນາ​ດັ່ງກ່າວ​ໃນ​ນາມ​ເປັນ​ລູກ​ຊາຍ​ຂອງ​ທ່ານ​ສີ​ຈົ້​ງຊູ່​ນ. ທ່ານ​ຈ່າງ​ເຕີ​ຈ່ຽງ ກຳມະການ​ປະຈຳ​ກົມ​ການ​ເມືອງ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກໍໄດ້​ເຂົ້າຮ່ວມ​ງານ​ສົນທະນາ​ເຊັ່ນ​ດຽວ​ກັນ.

ທ່ານ​ສີ​ຈົ້ງຊູ່​ນ​ແມ່ນ​ສະມາຊິກ​ທີ່​ດີ​ເດັ່ນ​ຂອງ​ພັກ​ກອມ​ມູນິດ​ຈີນ, ​ແມ່ນ​ນັກຮົບ​ກອມ​ມູນິດ​ຜູ້​ຍິ່ງ​ໃຫຍ່, ​ແມ່ນ​ນັກ​ປະຕິວັດ​ທີ່​ດີ​ເລີດ​ຂອງ​ຊົນຊັ້ນກຳມາ​ຊີບ; ​ແມ່ນ​ຜູ້ນຳ​ວຽກ​ງານ​ການ​ເມືອງ​ຂອງ​ພັກ​ແລະ​ກອງທັບ​ພວກ​ເຮົາ; ​ແມ່ນ​ໜຶ່ງ​ໃນ​ບັນດາ​ຜູ້ນຳ​ຕົ້ນຕໍທີ່ສ້າງຕັ້ງ​ແລະ​ນຳພາ​ເຂດ​ທີ່​ໝັ້ນປະຕິວັດ​ສ້າ​ນກ່ານ​ປ່ຽນ, ທ່ານ​ສີຈົ້ງຊູ່​ນ​ເຄີຍ​ດຳລົງ​ຕຳ​ແໜ່​ງຮອງ​ນາຍົກລັດ​ຖະມົນຕີ, ​ເລຂາທິການ​ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນສະ​ໄໝ​ທີ 11, ກຳມະການ​ກົມ​ການ​ເມືອງ​ທັງ​ເປັນ​ເລຂາທິການ​​ຄະນະ​ເລຂາທິການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ໄໝ​ທີ 12, ຮອງ​ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 5 ​ແລະ​ຊຸດ​ທີ 7.

​ໃນ​ງານ​ສົນທະນາ, ທ່ານ​ຫຼີຈ້ຽນກົວ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ຮອງ​ປະທານ​ຄະນະ​ປະຈຳສະພາ​ປະຊາຊົນ​ແຫ່ງຊາດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ, ​ໂດຍ​ໄດ້​ຫວນ​ຄືນ​ຊີວະ​ປະຫວັດ​ທີ່​ສະຫງ່າລາສີ​ແລະ​ຄຸນງາມຄວາມດີ​ທີ່​ອະ​ມະຕະ​ຂອງ​ທ່ານ​ສີ​ຈົ້ງຊູ່​ນຢ່າງຮອບດ້ານ, ​ແລະ​ໄດ້ຮຽກຮ້ອງໃຫ້ຮ່ຳຮຽນ, ສືບ​ທອດ​ແລະ​ສົ່ງ​ເສີມ​ຄຸນສົມບັດ​ທີ່​ສູງ​ສົ່ງ, ນ້ຳ​ໃຈ​ປະຕິວັດ, ​ແບບ​ແຜນ​ທີ່​ດີງາມ​ແລະ​ລັກສະນະ​ທ່າ​ທາງ​ທີ່​ສູງ​ສົ່ງ​ຂອງ​ທ່ານ​ສີ​ຈົ້ງ​ຊູ່​ນ.

ທ່ານ​ຫຼີຈ້ຽນກົວ​ກ່າວ​ວ່າ, ພວກ​ເຮົາ​ຈົ່ງ​ສາມັກຄີ​ກັນ​ຢູ່​ອ້ອມ​ຂ້າງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໂດຍ​ແມ່ນ​ທ່ານ​ສີ​ຈີ້​ນຜິ​ງ​ເປັນ​ເລຂາທິການ​ໃຫຍ່​ຢ່າງ​ແໜ້ນ​ແຟ້ນ, ຍຶດໝັ້ນຖື​ທິດ​ສະ​ດີ​ເຕີ້ງສຽວ​ຜິ​ງ, ​ແນວ​ຄິດ​ສຳຄັນ​ກ່ຽວ​ກັບ"ສາມ​ຕົວ​ແທນ"​ແລະ​ທັດ​ສະ​ນະ​ພັດທະນາ​ແບບ​ວິທະຍາສາດ​ເປັນ​ສິ່ງ​ຊີ້​ນຳ, ຮ່ວມ​ໃຈ​ຮ່ວມ​ແຮງ​ກັນ​, ບຸກ​ເບີກ​ກ້າວ​ໄປ​ໜ້າ, ພະຍາຍາມບາກ​ບັ່ນ​ສູ້​ຊົນ​ເພື່ອ​ບັນລຸ​​ສອງເປົ້າໝາຍ​ສູ້​ຊົນ​ຄື: ​ເມື່ອ​ຮອດ​ວັນສ້າງຕັ້ງ​ພັກ​ກອມ​ມູນິດ​ຈີນ​ຄົບຮອບ 100 ປີ ຈະ​ໄດ້​ສ້າງສາ​ສັງຄົມ​ທີ່​ອີ່ມ​ໜຳ​ສຳລານ​ໃຫ້​ສຳ​ເລັດ​ຢ່າງຮອບດ້ານ, ​ເມື່ອ​ຮອດ​ວັນ​ສ້າງຕັ້ງສາທາລະນະ​ລັດ​ປະຊາຊົນ​ຈີນ​ຄົບຮອບ 100 ປີ ຈະ​ໄດ້​ສ້າງສາ​ປະ​ເທດ​ຈີນ​ໃຫ້​ເປັນ​ປະ​ເທດ​ສັງຄົມ​ນິຍົມ​ທີ່​ທັນ​ສະ​ໄໝ, ມັ້ງຄັ້ງ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ, ມີ​ອາລະຍະ​ທຳ, ​ແລະ​ມີ​ຄວາມ​ກົມກຽວ​ກັນ, ​ແລະ​ບັນລຸ​ຄວາມ​ໄຝ່ຝັນ​ຂອງ​ຈີນ​ຄື​ຟື້ນ​ຟູ​ຄວາມ​ຈະ​ເລີນຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະຊາ​ຊາດ​ຈີນ.