ຮູ້​ແຈ້ງ​ກ່ຽວ​ກັບ​ຖານະ​ຂອງຜູ້​ໂດຍສານ​ຈີນ​ໃນ​ຍົນ​ທີ່​ຕົກ​ໃສ່​ແມ່​ນ້ຳຂອງ​

(GMT+08:00) 2013-10-17 00:42:16     cri
ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ: ນັກ​ຂ່າວ​ໄດ້​ຮັບ​ຂ່າວ​ຈາກ​ສະຖານທູດ​ຈີນ​ປະຈຳ​ສປປລາວ​ວ່າ, ​ເມື່ອ​ຜ່ານ​ການ​ຢືນຢັນ​ແລ້ວ, ​ຜູ້​ໂດຍສານ​ທີ່​ເສຍ​ຊີວິດ​ໃນ​ເຫດການ​ຍົນ​ໂດຍສານ​ຕົກ​ຢູ່​ເມືອງ​ປາກ​ເຊ​ພາກ​ໃຕ້​ຂອງ​ລາວ​ນັ້ນ​ມີ​ຄົນ​ຈີນ​ສອງ​ຄົນ, ​ໃນ​ນັ້ນ, ມີ​ຄົນ​ໄຕ້​ຫວັນ​ຄົນ​ໜຶ່ງ, ຊື່ວ່າ​ຫຼິວສາງ​ອີ, ອາຍຸ 32 ປີ. ອີກ​ຄົນ​ໜຶ່ງ​ແມ່ນ​ຄົນ​ແຂວງ​ຢຸນານ​ຂອງ​ຈີນ,ມີ​ຊື່ວ່າ ກ່ານ​ຢ້ວຍ.

ປັດຈຸບັນ, ສະຖານທູດ​ຈີນ​ປະຈຳ​ສປປລາວ​ໄດ້​ຕິດ​ຕໍ່​ພົວພັນ​ກັບ​ຄອບຄົ​ວຂອງ​ສອງ​ຄົນ​ດັ່ງກ່າວ​ນີ້​ແລ້ວ, ​ແລະ​ຈະ​ໃຫ້ການ​ຊ່ວຍ​ເຫຼືອຈົນ​ສຸດ​ຄວາມ​ສາມາດ​ໃຫ້​ຄອບຄົວ​ຂອງ​ຜູ້ກ່ຽວ​ເດີນທາງ​ໄປ​ລາວ.

ຍົນ​ໂດຍສານ​ດັ່ງກ່າວ​ບິ​ນຂຶ້ນ​ຈາກ​ສະໜາມ​ບິນ​ວັດ​ໄຕ​ທີ່​ນະຄອນຫຼວງ​ວຽງ​ຈັນ​ໃນ​ເວລາ 14 ​ໂມງ 45 ນາທີ​ຕາມ​ເວລາ​ວຽງ​ຈັນ, ​ເວລາ 17 ​ໂມງ​ໄດ້​ເດີນທາງ​ໄປ​ຮອດ​ສະໜາມ​ບິນ​ປາກ​ເຊ, ​ແຕ່​ເກີດ​ອຸບັດ​ເຫດ​ແລ້ວ​ຕົກລົງ​​ແມ່​ນ້ຳຂອງ. ​ໃນ​ຍົນ​ໂດຍສານ​ດັ່ງກ່າວ​ມີ​ຜູ້​ໂດຍສານ​ແລະສະມາຊິກ​ໜວຍງານ​ການບິນ​ທັງ​ໝົດ 44 ຄົນ, ນອກຈາກ​ຄົນ​ຈີນ 2 ຄົນ​ແລ້ວ, ຍັງ​ມີ​ຄົນ​ລາວ 17 ຄົນ, ຄົນ​ໄທ 5 ຄົນ, ຄົນ​ຫວຽດນາມ 2 ຄົນ, ຄົນ​ມຽນມາ 1 ຄົນ, ຄົນ​ອົສຕຼາລີ 5 ຄົນ, ຄົນສ.​ເກົາຫຼີ 3 ຄົນ, ຄົນ​ຝຣັ່ງ 7 ຄົນ, ຄົນ​ອາ​ເມ​ລິ​ກາ 1 ຄົນ​ແລະ​ຄົນ​ກາ​ນາ​ດາ 1 ຄົນ.