ຄອບຄົວ​ຂອງ​ຜູ້​ໂດຍສານ​ຈີນ​ທີ່​ເສຍ​ຊີວິດ​ໃນ​ເຫດການ​ຍົນ​​ໂດຍສານ​ລາວ​ຕົກ​ນັ້ນ​ໄດ້​ເດີນທາງ​ໄປ​ຮອດ​ເມືອງ​ປາກ​ເຊ

(GMT+08:00) 2013-10-17 17:39:42     cri
ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ, ​ໂດຍ​ພາຍ​ໃຕ້​ການ​ປະສານ​ງານ​ຢາງ​ຕັ້ງໜ້າ​ຂອງ​ສະຖານທູດ​ຈີນ​ປະຈຳ​ລາວ, ຄອບຄົວ​ຂອງ​ຜູ້​ໂດຍສານ​ຈີນ​ທີ່​​ເສຍ​ຊີວິດ​ໃນ​ຍົນ​ໂດຍສານ​ລາວ​ຕົກ​ນັ້ນ​ໄດ້​ເດີນທາງ​ໄປ​ຮອດ​ນະຄອນຫຼວງ​ວຽງ​ຈັນ​ໃນ​ຕອນ​ທ່ຽງ​ວັນ​ທີ 17 ຕຸລາ​ນີ້, ປັດຈຸບັນ​ໄດ້​ຕໍ່​ຍົນ​ໂດຍສານ​ຂອງ​ບໍລິສັດ​ການບິນ​ລາວ​ແລ້ວ​ເດີນທາງ​ໄປ​ປາກ​ເຊ. ທາງ​ສະຖານ​ທູດ​ຈີນ​ປະຈຳ​ລາວ​ຈະ​ສືບ​ຕໍ່​ປະສານ​ງານ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ລາວ,​ເພື່ອ​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ຄອບຄົວ​ຂອງ​ຜູ້​ປະສົບ​ໄພຢ່າງ​ສຸດ​ຄວາມ​ສາມາດ.