ບໍລິສັດ​ການບິນ​ລາວ: ຜົນ​ການ​ສຳ​ຫຼວດກ່ຽວ​ກັບ​​ເຫດການ​ຍົນ​ຕົກ​ນັ້ນ​ຈະ​ປະກາດ​ໃນ​ຕອນ​ແລງ​ວັນ​ທີ 17 ຕຸລາ​ນີ້

(GMT+08:00) 2013-10-17 14:48:45     cri

ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ: ວັນ​ທີ 16 ຕຸລາ​ນີ້, ບໍລິສັດ​ການບິນ​ລາວ​ໄດ້​ປະກາດ​ແຈ້ງ​ການ​ກ່ຽວ​ກັບ​ເຫດການ​ຍົນ​ໂຕກ​ຢູ່​ພາກ​ໃຕ້​ຂອງ​ລາວວ່າ: ຍ້ອນ​ຝົນຕົ​ກໜັກ​ແລະ​ລົມ​ແຮງ, ຍົນ​ໂດຍສານ ATR72 ຖ້ຽວ​ທີ່   Qv301 ຂອງ​ບໍລິສັດ​ການບິນ​ລາວ​ທີ່​ບິນ​ຈາກ​ນະຄອນຫຼວງ​ວຽງ​ຈັນ​ໃນ​ເວລາ 14 ​ໂມງ 45 ນາທີ​ຂອງ​ວັນ​ທີ 16 ຕຸລາ​ນີ້​ຕາມ​ເວລາ​ທ້ອງ​ຖີ່​ນນັ້ນ​ແລະ​ຈະ​ລົງ​ຈອດ​ຢູ່​ສະໜາມ​ບິນ​ປາກ​ເຊ​ໃນ​​ເວລາ 15:55 ນາທີ​ນັ້ນ​ໄດ້​ເກີດ​ອຸບັດ​ເຫດ​ໃນ​ເວລາ​ລົງ​ຈອດ, ​ແລ້ວ​ຕົກລົງ​ໃສ່​ແມ່​ນ້ຳຂອງ. ນັບ​ມາ​ຮອດ​ປັດຈຸບັນ, ຍັງ​ບໍ່​ທັນ​ມີ​ການ​ແຈ້ງ​ກ່ຽວ​ກັບ​ຄົນ​ທີ່​ຍັງ​ມີ​ຊີວິດ.

ບໍລິສັດ​ການບິນ​ລາວ​ໄດ້​ຮ່ວມ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ​ສ້າງ​ຕັ້ງ​ໜ່ວຍ​ງານສຳ​ເພາະ​ກິດ​ເພືອດຳ​ເນີນ​ການ​ສຳ​ຫຼວດ, ຕັ້ງໜ້າ​ຊອກ​ຫາ​ຜູ້​ທີ່​ເສຍ​ຊີວິດ, ​ແລະ​ຕິດ​ຕໍ່​ຫາ​ຄອບຄົວ​ຂອງ​ຜູ້ກ່ຽວ. ສາ​ເຫດ​ທີ່ພາ​ໃຫ້​ເກີດ​ເຫດ​ຍັງ​ພວມ​ສຳ​ຫຼວດຕໍ່​ໄປ, ຄາດ​ວ່າ ຜົນ​ການ​ສຳ​ຫຼວດ​ເບື້ອງ​ຕົ້ນ​ຈະ​ປະກາດ​ໃນ​ຕອນ​ແລງ​ວັນ​ທີ 17 ຕຸລາ​ນີ້.