ກອງ​ປະຊຸມນັກວິຊາການ​ດ້ານ​ຮັກສາ​ສັນຕິພາບ​ຄັ້ງ​ທີ 6 ​ຂອງເວທີປຶກສາ​ຫາລື​ພາກພື້ນ​ອາ​ຊຽນຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ປັກ​ກິ່ງ

(GMT+08:00) 2013-10-17 15:03:09     cri

ວັນ​ທີ 16 ຕຸລາ​ນີ້, ກອງ​ປະຊຸມ​ນັກວິຊາການ​ດ້ານຮັກສາ​ສັນຕິພາບ​ຄັ້ງ​ທີ 6 ​ຂອງເວທີປຶກສາ​ຫາລື​ພາກພື້ນ​ອາ​ຊຽນ​ໄດ້ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ປັກ​ກິ່ງຂອງ​ຈີນ. ກອງ​ປະຊຸມຄັ້ງນີ້ຈັດ​ໂດຍ​ຫ້ອງການ​ວຽກ​ງານຮັກສາ​ສັນຕິພາບກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ​ເຊິ່ງມີ​ຫົວ​ຂໍ້​ທີ່​ວ່າ ​"ເພີ່ມ​ທະວີ​ການ​ຮ່ວມ​ມື​ຕິດ​ແທດກັບ​ຕົວ​ຈິງ​ກ່ຽວ​ກັບ​ການ​ຝຶກ​ອົບຮົມ, ຍົກລະ​ດັບ​ການ​ເຝິກ​ຫັດດ້ານການ​ຮັກສາ​ສັນຕິພາບ" ​ແລະ​ມີ​ຜູ້ຕາງໜ້າ​ 80 ກວ່າຄົນ​ທີ່​ມາ​ຈາກ​ອົງການ​ສະຫະ​ປະຊາ​ຊາດ​​ແລະ 22 ​ປະ​ເທດສະມາ​ຊິກຂອງເວທີປຶກສາ​ຫາລື​ພາກພື້ນ​ອາ​ຊຽນ​ເຂົ້າ​ຮ່ວມ.

ທ່ານ​ຊູນ​ຈ້ຽນກົວ, ຮອງ​​ເສນາ​ທິການ​ໃຫຍ່​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ໄດ້​ລິ​ເລີ່​ມ​ໃນ​ກອງປະຊຸມ​ຄັ້ງ​ນີ້​ວ່າ, ຕ້ອງ​ສະໜັບສະໜູນ​ບົດບາດ​ນໍາພາ​ຂອງ​ອົງການ​ສະຫະ​ປະຊາ​ຊາ​ດ​ໃນ​ການເຝິກ​ຫັດດ້ານ​ການຮັກສາ​ສັນຕິພາບ, ​ເສີມ​ຂະຫຍາຍ​ບົດບາດ​ປະສານ​ສົມທົບ​ຂອງ​​ອົງການ​ຈັດ​ຕັ້ງ​​ໃນ​ພາກ​ພື້ນໃນການເຝິກ​ຫັດດ້ານ​ການຮັກສາ​ສັນຕິພາບ. ຈີນ​ຍິນ​ດີ​ປະ​ກອບ​ສ່ວນຫລາຍກວ່າ​ເກົ່າ​ເຂົ້າ​ໃນ​ການ​ການ​​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ແລະ​ສັນຕິພາບ​ຂອງ​​ໂລກ.

ທ່ານ​ເຮີ​ຟ ລັດ​ໂຊ​ສ ຮອງ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ທີ່​ຮັບຜິດຊອບວຽກ​ງານ​ຮັກສາ​ສັນຕິພາບກ່າວ​ວ່າ, ໜ້າ​ທີ່ຮັກສາ​ສັນຕິພາບຂອງ​ອົງການ​ສະຫະ​ປະຊາ​ຊາດ​ນັບ​ມື້​ນັບ​ສັບສົນ​ແລະ​ຫັນ​ເປັນ​ຫລາຍ​ຢ່າງ. ປະ​ເທດສະມາຊິກ​ທີ່​ປະກອບສ່ວນ​ດ້ານ​ກໍາລັງ​ທະຫານຂອງ​​ອົງການ​ສະຫະ​ປະຊາ​ຊາ​ດຕ້ອງ​ເພີ່ມທະວີ​ການ​ຮ່ວມ​ມື ​ເພື່ອ​ຮັບ​ມື​ກັບ​ການ​ເຄື່ອນ​ໄຫວ​ແລະ​ໜ້າ​ທີ່ຮັກສາ​ສັນຕິພາບທີ່ມີ​ຫລາ​ກຫລາຍ​​ແລະ​ສັບສົນ.