ບໍລິສັດ​ການບິນ​ລາວ: ສຳ​ຫຼວດ​ເຫັນ​ສາ​ເຫດ​ເບື້ອງ​ຕົ້ນ​ຂອງ​ການ​ເກີດ​ເຫດ​ຍົນ​ຕົກ

(GMT+08:00) 2013-10-17 16:08:51     cri


ວັນທີ 17 ຕຸລານີ້, ບໍລິສັດການບິນລາວໄດ້ຈັດກອງປະຊຸມຂ່າວກ່ຽວກັບເຫດການຍົນຕົກຢູ່ປາກເຊ. ຜູ້ອຳ ນວຍການໃຫຍ່ຂອງບໍລິສັດການບິນລາວໄດ້ແຈ້ງຜົນການສຳຫຼວດຕໍ່ເຫດການຍົນຕົກ, ເຊິ່ງສະແດງໃຫ້ ເຫັນວ່າອາກາດທີ່ຂີ້ຣ້າຍແມ່ນສາເຫດສຳຄັນທີ່ພາໃຫ້ເກີດເຫດການເທື່ອນີ້.

ຫຼັງ​ຈາກ​ໄດ້​ເກີດ​ເຫດ​ແລ້ວ, ໜ່ວຍ​ງານ​ສະ​ເພາະ​ກິດ​ຂອງ​ບຊໍ​ລິ​ສັດ​ການບິນ​ລາວ​ໄດ້​ເດີນທາງ​ໄປ​ສູ່​ບ່ອນ​ເກີດ​ເຫດ​ເພື່ອ​ດຳ​ເນີນ​ການ​ສຳ​ຫຼວດ,ປັດຈຸບັນ, ​ໄດ້​ຊອກ​ເຫັນ​ຊາກ​ສົບ​ຂອງ​ຜູ້​ເສຍ​ຊີວິດ 6 ສົບ​ແລ້ວ, ວຽກ​ງານ​ກູ້​ໄພ​ຍັງ​ພວມ​ດຳ​ເນີ​ນຢ່າງ​ຂ້ຽວຂາດ​ຢູ່.
ບໍລິສັດ​ການບິນ​ລາວກ່າວ​ວ່າ, ອີງ​ຕາມ​ການ​ສຳ​ຫຼວດ​ໃນ​ເບື້ອງ​ຕົ້ນ​ແລ້ວ​ສາມາດ​ຕັດສິນ​ວ່າ, ອາກາດ​ທີ່​ຂີ້ຮ້າຍ​ແມ່ນ​ສາ​ເຫດ​ສຳຄັນ​ທີ່​ພາ​ໃຫ້​ເກີດ​ເຫດການ​ຍົນ​ຕົກ​ເທື່ອ​ນີ້.

ຂ່າວ​ແຈ້ງວ່າ, ​ຍົນ​ທີ່​ຕົກ​ເທື່ອ​ນີ້​ແມ່ນ​ຍົນ ATR-72, ​ແມ່ນ​ຍົນ​ທີ່​ຜະລິດ​ໂດຍ​ບໍລິສັດ ATR ທີ່​ມີ​ຝຣັ່ງ​ແລະ​ອີ​ຕາ​ລີ​ເປັນ​ຜູ້​ຮ່ວມທຶນ. ວັນ​ທີ 28 ​ເມສາ​ປີ​ນີ້, ລາວ​ໄດ້​ຊື້​ຍົນ​ລຳ​ດັ່ງກ່າວ​, ນັບ​ມາ​ຮອດ​ການ​ເກີດ​ເຫດການ​ເທື່ອ​ນີ້, ຍົນ​ດັ່ງກ່າວ​ໄດ້​ດຳ​ເນີນ​ໜ້າ​ທີ່​ການບິນ 774 ​ເທື່ອ, ລວມ 758 ຊົ່ວ​ໂມງ. ວັນ​ທີ 16 ຕຸລາ​ນີ້ທີ່​ເກີດ​ເຫດ​ແມ່ນ​ນັກ​ບິນ​ສັນຊາດ​ກຳປູ​ເຈຍ​ກຳລັງ​ຂັບ​ຍົນ​ລຳ​ນີ້​ຢູ່.