ວຽກ​ງານ​ກູ້​ໄພ​ຂອງ​ຍົນ​ໂດຍສານ​ລາວ​ທີ່​ຕົກ​ນັ້ນ​ພວມ​ດຳ​ເນີນ​ຢູ່

(GMT+08:00) 2013-10-17 17:25:21     cri

ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ:ວັນ​ທີ 17 ຕຸລາ​ນີ້, ຜູ້​ຮັບຜິດຊອບ​ຂອງ​ບໍລິສັດ​ການບິນ​ລາວ​ກ່າວ​ວ່າ, ວຽກ​ງານ​ຊອກ​ຫາ​ຍົນ​ໂດຍສານ​ທີ່​ຕົກ​ໃນ​ແມ່​ນ້ຳຂອງ​ນັ້ນ​ກຳລັງ​ດຳ​ເນີນ​ໄປ​ຢ່າງ​ຂ້ຽວຂາດ, ນັບ​ມາ​ຮອດ​ປັດຈຸບັນ, ຍັງ​ບໍ່​ທັນ​ຊອກ​ເຫັນ​ຊາກ​ຂອງ​ຍົນ​ທີ່​ຕົກ.
ຜູ້​ຮັບຜິດຊອບ​ຜູ້​ນີ້​ກ່າວ​ວ່າ, ບໍລິສັດ​ການບິນ​ລາວ​ໄດ້​ສົ່ງ​ນໜ່ວຍງານ​ກູ້​ໄພ​ຮ່ວມ​ກັບ​ຄະນະ​ກຳມະການ​ກູ້​ໄພ​ແຫ່ງ​ຊາດ​ລາວ​ດຳ​ເນີນ​ການ​ຊອກ​ຫາ​ແລະ​ສຳ​ຫຼວດສາ​ເຫດ​ເກີດ​ເຫດ, ການ​ສຳ​ຫຼວດ​ເບື້ອງ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ​ອາດ​ຈະ​ແມ່ນ​ຍ້ອນ​ອາກາດ​ຂີ້ຮ້າຍ​ຫຼາຍ,ຈິ່ງ​ພາ​ໃຫ້​ເກີດ​ເຫດ. ​ແຕ່​ປັດຈຸບັນ​ຍັງ​ບໍ່​ທັນ​ມີ​ການ​ຕົກລົງ​ຢ່າງ​ເປັນ​ທາງ​ການ.

ຂ່າວ​ແຈ້ງວ່າ, ຍົນ​ໂດຍສານ​ດັ່ງກ່າວ​ບິ​ນຂຶ້ນ​ຈາກ​ສະໜາມ​ບິນ​ວັດ​ໄຕ​ທີ່​ນະຄອນຫຼວງ​ວຽງ​ຈັນ​ໃນ​ເວລາ 14 ​ໂມງ 45 ນາທີ​ຕາມ​ເວລາ​ວຽງ​ຈັນ, ​ເວລາ 17 ​ໂມງ​ໄດ້​ເດີນທາງ​ໄປ​ຮອດ​ສະໜາມ​ບິນ​ປາກ​ເຊ, ​ແຕ່​ເກີດ​ອຸບັດ​ເຫດ​ແລ້ວ​ຕົກລົງ​​ແມ່​ນ້ຳຂອງ. ຢູ່​ໃນ​ຍົນ​ດັ່ງກ່າວມີຜູ້​ໂດຍສານ 40 ກວ່າ​ຄົນ​ເຊິ່ງລວມທັງ​ຄົນ​ຈີນ 2 ​ຄົນ​.

ສະຖານທູດ​ຈີນ​ປະຈຳ​ລາວ​ໄດ້​ໃຫ້​ຄວາມ​ສົນ​ໃຈ​ຢ່າງ​ສູງ​ຕໍ່​ເຫດການ​ເທື່ອ​ນີ້, ​ໄດ້​ຕິດ​ຕໍ່​ພົວພັນ​ກັບ​ບໍລິສັດ​ການບິນ​ລາວ, ກະຊວງ​ການ​ຕ່າງປະ​ເທດ​ລາວ​ແລະ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຕ່າງໆ​ຢ່າງ​ໃກ້​ຊິດ, ​ເພື່ອ​ຊຳລະ​ວຽກ​ງານ​ທີ່​ກ່ຽວຂ້ອງ.