ທ່ານ​ຢາງ​​ເຈ​ສື​ແລະ​ທ່ານ​ຫວາງຢີ້​ພົບ​ປະ​ກັບ​ທ່ານ​ເລ​ເລືອ​ງມິນ

(GMT+08:00) 2013-10-18 15:46:26     cri
ວັນ​ທີ 17 ຕຸລາ​ນີ້, ທ່ານ​ຢາງ​​​ເຈ​ສື, ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ແລະ​ທ່ານ​ຫວາງ​ຢີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຕ່າງ​ໄດ້​ພົບ​ປະ​ກັບ​ທ່ານ​ເລ​ເລືອ​ງມິນ, ​ເລ​ຂາ​ທິການ​ໃຫຍ່​ອາ​ຊຽນຢູ່​ທີ່​ປັກ​ກິ່ງ.

ທ່ານ​ຢາງ​ເຈ​ສື​ແລະ​ທ່ານ​ເລ​ເລືອ​ງມິນ​ຕີ​ລາຄາ​ໃນ​ລະດັບ​ສູງ​ຕໍ່​ຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງໜ້າ​ທີ່​ໄດ້​ຮັບ​ພາຍຫຼັງ​ຈີນ​ອາ​ຊຽນສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເປັນ​ເວລາ 10 ປີ​ມາ​ນີ້, ​ແລະກ່າ​ວວ່າ​ຈະ​ກຳ​ໂອກາດ, ຮ່ວມ​ກັນ​ພະຍາຍາມ​ຊຸກຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນຂະຫຍາຍ​ໄປ​ຂ້າງ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເພື່ອປະກອບ​ສ່ວນ​​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງຂອງ​ພາກ​ພື້ນ.

​ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ເລ​ເລືອ​ງມິນ, ທ່ານ​ຫວາງຢີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຫວ່າ​ງກ່ອນ​ນີ້​ບໍ່​ດົນ, ທ່ານ​ສີ​ຈິ້ນ​ຜີ​ງ, ປະທານ​ປະ​ເທດ​ຈີນ​ແລະ​ທ່ານ​ຫຼີ​ເຄີ້ສ໋ຽງ, ນາຍົກລັດຖະມົນຕີຈີນ​ໄດ້​​ເດີນທາງຢ້ຽມຢາມ​ປະ​ເທດ​ອາ​ຊຽນຢ່າ​ງສຳ​ເລັດ​ຜົນ, ​ແລະ​ໄດ້ສະ​ເໜີ​ຂໍ້​ລິ​ເລີ່​ມສຳຄັນ​ທີ່​ລົງ​ເລິກ​ການ​ຮ່ວມ​ມື​ຂອງ​ສອງ​ຝ່າຍ. ​ໃນ​ອະນາຄົດ​ສອງ​ຝ່າຍ​ຄວນ​ປະຕິບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ທີ່​ຜູ້ນຳ​ສອງ​ຝ່າຍ​ບັນລຸຮ່ວມ​ກັນ​ນັ້ນ​ຢ່າງ​ຕັ້ງໜ້າ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ​ການ​ຄ້າ, ການ​ເຊື່ອມຈອດ​ກັນ, ການ​ເງິນ, ຄວາມ​ປອດ​ໄພ, ທາງ​ທະ​ເລ​ແລະ​ວັດທະນະທຳ​ເປັນ​ຕົ້ນ.

ທ່ານ​ເລ​ເລືອ​ງມິນ​ກ່າວ​ວ່າ, ການ​ພົວພັນ​ທີ່​ດີ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​​ເປັນ​ການປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ສັນຕິພາບ​, ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ. ສອງ​ຝ່າຍ​ຄວນ​ຖື​ການ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຄົບຮອບ 10 ປີ​ເປັນ​ໂອກາດ​ທີ່​ດີ, ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະລົງ​ເລິກ​ການ​ຮ່ວມມືຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ, ຊຸກຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ອາ​ຊຽນກັບ​ຈີນ​ກ້າວ​ຂຶ້ນ​ສູ່​ລະດັບ​​ໃໝ່.