ທ່ານບັນ​ກີ​ມູນ​ກ່າວວ່າ,ຫຼັງ​ປີ2015 ວາລະ​ປະຊຸມດ້ານ​ພັດທະນາ​ຄວນ​ໃຫ້​ບູລິ​ມະ​ສິດ​ແກ້​ໄຂຄວາມທຸກ​ຍາກ

(GMT+08:00) 2013-10-18 16:08:32     cri
ຕາມ​ຂ່າວCRI: ວັນ​ທີ 17 ຕຸລາ​ນີ້​ແມ່ນ​ວັນ​ແກ້​ໄຂຄວາມທຸກ​ຍາກ​ສາກົນ.​ໃນ​ມື້​ດຽວ​ກັນ,ທ່ານ​ບັນ​ກີ​ມູນ,​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດກ່າວ​ວ່າ,ການ​ແກ້​ໄຂຄວາມທຸກ​ຍາກ​ແມ່ນ​ໜ້າ​ທີ່ອັນ​ໜັກ​ໜ່ວງແລະ​ເດີນ​ຕາມ​ເສັ້ນທາງທີ່​ຍາວ​ໄກ,ຫຼັງ​ປີ2015​ແລ້ວ​ໃນ​ວາລະ​ປະຊຸມດ້ານພັດທະນາ​ຕ້ອງ​ໃຫ້​ບູລິ​ມະ​ສິດ​ແກ້​ໄຂຄວາມທຸກ​ຍາກ​ກ່ອນ.

ມື້​ດຽວ​ກັນ,ທ່ານ​ຈອນ ອາ​ເຊ, ປະທານສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຄັ້ງທີ 68 ​ໄດ້ອອກ​​ຖະ​ແຫຼ​ງການ,​ໂດຍຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ຕັ້ງໜ້າ​ພະຍາ​ຍາມ,ສະໜອງ​ການ​ສະໜັບສະໜູນ​ໃຫ້​ກຸ່ມ​ຄົນ​ທຸກ​ຍາກ, ຮັບປະກັນ​ໃຫ້​ຂະ​ເຈົ້າ​ເຂົ້າຮ່ວມ​ຢ່າງ​ເຕັມທີ່ໃນການ​ວາງ​ວາລະຂອງ​ການ​ປະຊຸມດ້ານ​ພັດທະນາ​ຫຼັງ​ປີ 2015 ທີ່​ຜ່ອນ​ສັ້ນຜ່ອນ​ຍາວ​ໃຫ້​ກັນ​ລະຫວ່າງ​ບັນດາ​ຝ່າຍ . ​ໃນ​ຖະ​ແຫຼ​ງການ,ທ່ານ​ອາ​ເຊ​ກ່າວ​ວ່າ,​ໃນ​ທົ່ວ​ໂລກ​ຍັງ​ມີປະຊາກອນ1ຕື້200ລ້ານ​ຄົນ​ ມີຄ່າ​ດຳລົງ​ຊີວິດ​ບໍ່​ຮອດ 1,25 ​ໂດ​ລາ​ສະຫະລັດ​ຕໍ່​ມື້, ກຸ່ມ​ຄົນ​ທຸກ​ຍາກ​ມັກຖືກ​ດູ​ໝິ່ນ​ແລະ​ຖືກ​ປະຕິບັດຕໍ່​ດ້ວຍ​ຄວາມ​ບໍ່​ເປັນ​ທຳ,​ແລະ​ມັກຖືກ​ສັງຄົມ​ລັງ​ກຽດ.