ເສດຖະກິດ​ຈີນ​ໃນ​ໄຕ​ມາດ​ທີ3 ເຕີບ​ໂຕ 7,8%

(GMT+08:00) 2013-10-18 18:52:15     cri
ຕາມ​ຂ່າວສານ​ຊິນ​ຮວາ: GDP ຂອງຈີນພັດທະ​ນາ​ຊ້າ​ລົງ​ເປັນ​ເວລາ​ສອງ​ໄຕມາດ​ຢ່າງ​ຕໍ່​ເນື່ອງ,ມາຮອດ​ໄຕ​ມາດ​ທີ3ປີ​ນີ້​ໄດ້​ພັດທະນາ​ໄວ​ຂຶ້ນ​ແລະ,ສ້າງ​ສະຖິຕິ​​ໃໝ່​ໃນປີ​ນີ້.

ວັນ​ທີ18ຕຸລາ​ນີ້ ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ເຜີຍ​ແຜ່ຕົວ​ເລກ​ຂໍ້​ມູນ​ໂດຍ​ຄິດ​ໄລ່​​ເບື້ອງຕົ້ນວ່າ, ​ໃນ3​ໄຕ​ມາດ​ທີ່​ຜ່ານ​ມາ,ຍອດ​ຜະລິດຕະພັນພາຍ​ໃນ​ປະ​ເທດຫຼືGDP​ຂອງ​ຈີນ​ເພິ່ມຂຶ້ນ​ຫຼາຍ​ກວ່າ​ເວລາ​ດຽວ​ກັນ​ຂອງ​ປີ​ກາຍ 7,7%,​ເພີ່ມ​ຂຶ້ນ​ 0,1 ຈຸດ​ເມື່ອ​ທຽບ​ກັບ​ປີ2011. ​ໃນ​ນັ້ນ,​ໃນ​ໄຕ​ມາດ​ທີ1​ໄດ້​ເພີ່ມຂຶ້ນ 7,7%, ​ໄຕ​ມາດ​ທີ2​ເພີ່ມ​ຂຶ້ນ 7,5%,​ໄຕ​ມາດ​ທີ3​ເພີ່ມ​ຂຶ້ນ 7,8%.