ເດືອນ​ມັງກອນ​ຮອດ​ເດືອນ​ສິງຫາ​ປີ​ນີ້ ອົງການ​ໄອ​ຍະ​ການ​ຈີນສືບສວນສອບ-​ສວນ​ຄະດີ​ສໍ້​ລາດ​ບັງ​ຫຼວງ​ແລະ​ກິນ​ສິນ​ບົນ 2 ໝື່ນ​ກວ່າ​ຄະດີ,​ໃນ​ນັ້ນ​ໄດ້​ກ່ຽວ​ຂ້ອງ​ກັບ​ພະນັກງານຂັ້ນພະ​ແນ​ກຂຶ້ນ​ໄປ​ 129 ຄົນ

(GMT+08:00) 2013-10-18 20:04:10     cri

ຕາມ​ຂ່າວສານ​ຊິນ​ຮວາ: ອົງການ​ໄອ​ຍະ​ການປະຊາຊົນ​ສູງ​ສຸດຂອງ​ຈີນ​ເຜີ​ຍ​ໃຫ້​ຮູ້​ວ່າ,​ແຕ່​ເດືອນ​ມັງກອນ​ຮອດ​ເດືອນ​ສິງຫາ​ປີ​ນີ້ ອົງການ​ໄອ​ຍະ​ການ​ຈີນ​ໄດ້​​ສືບສວນສອບ-​ສວນ​ຄະດີ​ສໍ້​ລາດ​ບັງ​ຫຼວງ​ແລະ​ກິນ​ສິນ​ບົນ 22617 ຄະດີ, ​ເພີ່ມ​ຂຶ້ນ 3,6% ​ເມື່ອ​ທຽບ​ກັບ​ເວລາ​ດຽວ​ກັນ​ຂອງ​ປີ​ກາຍ;​ໄດ້​ກ່ຽວ​ພັນ​ເຖິງ 30938 ຄົນ,​ເພີ່ມ​ຂຶ້ນ3,8%. ​ໃນ​ນັ້ນ,ປະຊາຊົນລາຍ​ງານ 7080 ຄະດີ; ມີ​ຄະດີ​ໜັກ​ກ່ຽວ​ກັບສໍ້​ລາດ​ບັງ​ຫຼວງ​ແລະ​ກິນສິນ​ບົນກ່ຽວ​ພັນ​ເຖິງ 1761 ຄົນ,​ໃນ​ນັ້ນມີພະນັກງານຂັ້ນພະ​ແນ​ກຂຶ້ນ​ໄປ 129 ຄົນ.


​ແຕ່​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ18​ຂອງ​ພັກ​ຄອມ​ມູນິດ​ຈີນ​ເປັນຕົ້ນມາ,ອົງການ​ໄອ​ຍະ​ການ​ສູງ​ສຸດ​ໄດ້​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງຕໍ່​ວຽກ​ງານ​ຕ້ານ​ການ​ກິນ​ສິນ​ບົນ,​ໄດ້ສະ​ເໜີ​ຄວາມ​ຮຽກຮ້ອງ​ອັນ​ຊັດ​ເຈນ​ມາ​ຫຼາຍ​ຄັ້ງ​ແລ້ວ​ຕໍ່​ການ​ເພີ່ມ​ທະວີ​ການ​ສືບສວນ-ສອບ​ສວນ​ແລະການ​ປະຕິບັດ​ຕາມ​ກົດໝາຍຢ່າງ​ເປັນ​ແບບ​ລະບົບ.