ການ​ຢ້ຽມຢາມ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ທ່ານຫຼີ​ເຄີ້ສ໋ຽງສະ​ແດງ​ເຖິງ​ຄວາມ​ຈິງ​ອົກ​ຈິງ​ໃຈ​ຂອງ​ຈີນ​ຢ່າງ​ເຕັມ​ສ່ວນ

(GMT+08:00) 2013-10-18 16:40:10     cri

ຫວ່າງ​ບໍ່​ດົນ​ມາ​ນີ້, ທ່ານຫຼີ​ເຄີ້ສ໋ຽງ, ນາຍົກລັດຖະມົນຕີຈີນ ​ໄດ້​ສຳ​ເລັດ​ການ​ຢ້ຽມຢາມ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ມາ​ຮອດ​ປັດຈຸບັນ, ຜູ້​ຊ່ຽວຊານ ນັກ​ວິຊາ​ການ​ຈີນ​ກໍຍັງ​ຍ້ອງ​ຍ້ອງຍໍ​ຊົມ​ເຊີຍ​ໝາກຜົນ​ທີ່​ໄດ້​ຮັບ​ອັນ​ອຸດົມສົມບູນ​ໃນ​ການ​ຢ້ຽມຢາມ​ຂອງ​ທ່ານ​ໃນ​ຄັ້ງນີ້, ​ໂດຍ​ເຫັນ​ວ່າ, ການສະ​ແດງ​ເຖິງ​ຄວາມ​ຈິງ​ອົກ​ຈິງ​ໃຈ​ແລະ​ການ​ເຮັດ​ແທ້​ທຳ​ຈິງ​ແມ່ນ​ຈຸດ​ພິ​ເສດ​ອັນ​ພົ້ນ​ເດັ່ນ​ຂອງ​ການ​ຢ້ຽມຢາມປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​​ໃຕ້​ຂອງ​ທ່ານຫຼີ​ເຄີ້ສ໋ຽງ​ໃນ​ຄັ້ງນີ້.

ຫົວ​ຂໍ້​ກ່ຽວ​ກັບ​ການ​ບຸກ​ເບີກພັດທະນາທະ​ເລ​ຈີນ​ໃຕ້​ຮ່ວມ​ກັນ​ໄດ້ມີ​ຢູ່​ແຕ່​ຕົ້ນຕະຫຼອດ ປາຍ​ໃນການ​ຢ້ຽມຢາມ​ຂອງ​ທ່ານຫຼີ​ເຄີ້ສ໋ຽງ​ໃນ​ຄັ້ງນີ້. ໃນການຢ້ຽມຢາມປະເທດບຼູໄນ ເຊິ່ງເປັນ ປະເທດທຳອິດ​ໃນ​ການ​ຢ້ຽມຢາມ​ຂອງ​ທ່ານຫຼີ​ເຄີ້ສ໋ຽງ​ໃນ​ຄັ້ງນີ້, ສອງ​ປະ​ເທດ​ຈີນ​ແລະ​ບຼູ​ໄນ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກັນ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເທິງ​ທະ​ເລ ​ແລະ ຊຸກ​ຍູ້​ກາ​ນບຸກ​ເບີກ​ຮ່ວມກັນ ​ໃນ​ຖະ​ແຫຼງການ​ຮ່ວມ​ຂອງ​ສອງ​ປະ​ເທດ. ທ່ານ​ອູ​ຊື້​ສູນ, ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ທະ​ເລ​ຈີນ​ໃຕ້​ຈີນ ກ່າວ​ວ່າ: ການ​ກະທຳ​ດັ່ງກ່າວ​ຈະ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ການນຳ​ທາງ​ຕໍ່ຫຼັກການທີ່​ "​ໂຈະ​ບັນຫາ​ຂັດ​ແຍ່ງ​ໄວ້ ​ແລະ ບຸກ​ເບີກ​ຮ່ວມ​ກັນ" ທີ່​ລັດຖະບານ​ຈີນ​ລິ​ເລີ່​ມມາ​ໂດຍ​ຕະຫຼອດ.

​ໃນ​ການ​ຢ້ຽມຢາມ​ຫວຽດນາມ ​ເຊິ່ງ​ເປັນ​ປະ​ເທດ​ສຸດ​ທ້າຍ​ໃນ​ການ​ເດີນທາງ​ໄປ​ຢ້ຽມຢາມ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໃນ​ຄັ້ງນີ້, ທ່ານຫຼີ​ເຄີ້ສ໋ຽງ ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້ ​ເຊິ່ງເປັນບັນຫາ​ຂັດ​ຂວາງຕໍ່​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຈີນ-ຫວຽດນາມ. ລັດຖະບານ​ທັງສອງ​ປະ​ເທດ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ໃນ​ການ​ຢ້ຽມຢາມ​ໃນ​ຄັ້ງນີ້, ຕົກລົງ​ສ້າງຕັ້ງໜ່ວຍ​ງານ​ປຶກສາ​ຫາລື​ການ​ບຸກ​ເບີກທາງ​ທະ​ເລ​ຮ່ວມ​ກັນ. ສື່​ມວນ​ຊົນຫຼາຍ​ແຫ່ງ​ເຫັນ​ວ່າ, ກາ​ນກະທຳ​ນີ້​ໄດ້​ສົ່ງ​ສັນຍານ​ຕໍ່​ພາຍ​ນອກ​ວ່າ ຈີນ-ຫວຽດນາມ​ຍິນ​ດີ​ຜ່ານ​ການ​ຮ່ວມ​ມື​ເພື່ອ​ແກ້​ໄຂ​ບັນຫາ​ຫຍຸ້ງຍາກ.  ນອກ​ຈາກນີ້​ແລ້ວ, ທ່ານຫຼີ​ເຄີ້ສ໋ຽງ ຍັງ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່​ມການ​ສ້າງຕັ້ງໜ່ວຍງານ ​​ຮ່ວມ​ມືດ້ານ​ການ​ທະນາຄານ​ຈີນ-ຫວຽດນາມ, ​ເພື່ອ​ປົກ​ປັກ​ຮັກສາ​ການ​ພັດທະນາ​ຢ່າງ​ໝັ້ນທ່ຽງ​ດ້ານ​ເສດຖະກິດ​ແລະ​ການ​ທະນາຄານ​ຂອງ​ສອງ​ປະ​ເທດ ກໍ​ຄື​ຂອງ​ພາກ​ພື້ນ.

​ໃນ​ການ​ຢ້ຽມຢາມ​​ຄັ້ງນີ້, ຄົນ​ທັງຫຼາຍ​ມີວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ ທີ່ທ່ານຫຼີ​ເຄີ້ສ໋ຽງ ​​​ແນະນຳ​ເຕັກ​ໂນ​ໂລ​ຊີ​ທາງ​ລົດ​ໄຟ​ຄວາມ​ໄວ້​ສູງ​ຂອງ​ຈີນ​​ໃຫ້​ທ່ານ​ນາງ ຍິ່ງ​ລັກ ຊິນນະ​ວັດ​ໄດ້​ຮັບ​ຊາບ. ​ໃນ​​ແຜນການ​ໄລຍະ​ຍາວ​ທີ່​ຈີນ​ແລະ​ໄທ​ຮ່ວມ​ກັນ​ປະກາດ​ນັ້ນ ​ໄດ້​ລະບຸ​ຢ່າງ​ຈະ​ແຈ້ງວ່າ, ຈີນ​ຍິນ​ດີ​ເຂົ້າຮ່ວມ​ການ​ກໍ່ສ້າງ​ໂຄງການ​ລະບົບ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ໄທ. ຕໍ່​ເລື່ອງ​ນີ້, ທ່ານ​ຈ່າງ​ຈິ​ວຫວນ, ອະດີດ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ໄທ ກ່າວ​ວ່າ: ຈີນ​ແລະ​ໄທ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ໃນ​ການ​ກໍ່ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ​ແລະ ຈະ​​ຮ່ວມ​ມື​ກັນ​ໃນ​ທີ່​ສຸດ, ຈະ​ມີ​ບົດບາດ​ອັນ​ສຳຄັນ​ຕໍ່​ການ​ເຊື່ອມ​ຈອດ​ເຊິ່ງກັນ​ແລະ​ກັນ ​ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ລະຫວ່າງຈີນ-​ໄທ ​ແລະລະຫວ່າງ​ຈີນ-ອາ​ຊຽນ​ເຊັ່ນ​ກັນ.

ທ່ານຫຼິວຈ່ຽງຢົງ, ຮອງ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ການ​ພົວພັນ​ສາກົນ​ສະ​ໄໝ​ປັດຈຸບັນ ມະຫາວິທະຍາ​ໄລ​ຊິ່ງຮວາ​ຈີນ ກ່າວ​ວ່າ: ການສະ​ແດງ​ເຖິງຄວາມ​ຈິງ​ອົກ​ຈິງ​ໃຈ ​ແລະ ການ​ເຮັດ​ແທ້​ທຳ​ຈິງ​ແມ່ນ​ຈຸດ​ພິ​ເສດ​ອັນ​ພົ້ນ​ເດັ່ນ​ຂອງ​ການ​ຢ້ຽມຢາມ​ຂອງ​ທ່ານຫຼີ​ເຄີ້ສ໋ຽງ​ໃນ​ຄັ້ງນີ້,ຈະ​ມີ​ຜົນ​ສະທ້ອນ​ຕໍ່​ການ​ພັດທະນາ​ການ​ພົວພັນ​ລວມລະຫວ່າງ​ຈີນ​ກັບປະ​ເທດ​ທີ່​ທ່ານໄປ​ຢ້ຽມ ຢາມ​ໃນ​ຄັ້ງນີ້ ​ແລະ ການ​ພົວພັນ​ລະຫວ່າງຈີນ​ກັບ​ພາກ​ພື້ນ​ອາ​ຊຽນ​ໃນ​ອະນາຄົດ, ສາມາດ​ເວົ້າ​ໄດ້​ວ່າ​ແມ່ນ​ໝາກຜົນວຽກ​ງານ​ການ​ຕ່າງປະ​ເທດ​ອັນ​ສຳຄັນ​ໃນ​ການ​ຊຸກ​ຍ້ວຽກ​ງານູ​ການ​ຕ່າງປະ​ເທດ​ກັບປະ​ເທດ​ອ້ອມຂ້າງ​ຂອງ​ຈີນ.