ຈັດ​ພິທີ​ເລີ່ມ​ກໍ່ສ້າງໂຮງ​ແຮມຣີຊອດ​ສາກົນ​ທີ່​ເປັນ​ທຶນ​ຈີນ​​ແຫ່ງ​ທຳ​ອິດ​ຢູ່​ຫຼວງ​ພະ​ບາງ

(GMT+08:00) 2013-10-18 14:49:05     cri


ວັນ​ທີ17ຕຸລາ​ນີ້, ໂຮງ​ແຮມຣີຊອດ​ສາກົນ​ທີ່​ເປັນ​ທຶນ​ຈີນ​​ແຫ່ງ​ທຳ​ອິດ​ຢູ່​ແຂວງຫຼວງ​ພະ​ບາງ ຊຶ່ງມີຊື່ວ່າ ​ໂຮງ​ແຮມຣີຊອດ​ສາກົນ Pullman ​​ໄດ້​ຈັດ​ພິທີ​ເລີ່ມກໍ່ສ້າງ. ຜູ້​ໃຫ້​ກຽດ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ຄຳ​ແພງ ​ໄຊ​ສົມ​ແພງ,​ກຳມະການ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ​ເລຂາ​ຄະນະ​ພັກ, ​ເຈົ້າ​ແຂວງ​ແຂວງຫຼວງ​ພະ​ບາງ, ທ່ານ​ລີ​ເຄີ​ອູ,​ ກົງ​ສູນ​ໃຫຍ່​ຈີນ​ປະຈຳ​ຫຼວງ​ພະ​ບາງ, ທ່ານ​ຈ່ຽງການ​ຊວງ,​ຜູ້ອຳນວຍການ​ໃຫຍ່​ພະ​ແນ​ກຄຸ້ມຄອງ​ການ​ລົງທຶນ​ຂອງ​ບໍລິສັດ​ອຸດສາຫະກຳ​ທອງແດງຈີນ​ຈຳກັດ, ທ່ານ​ກາວ​ກຸ້ຍ​ຊ່າວ,​ ຮອງ​ຜູ້ອຳນວຍການ​ໃຫຍ່ກຸ່ມ​ບໍລິສັດ​ອຸດສາຫະກຳ​ທອງ​ແດງຢຸນນານ​ຈຳກັດ, ນອກ​ນີ້​ ຍັງ​ມີພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຫຼວງ​ພະ​ບາງ​​ແລະ​ສື່​ມວນ​ຊົນ​​ເກືອບ200ທ່ານ​ໄດ້​ເຂົ້າ​ຮ່ວມພິທີ​ດັ່ງກ່າວ.

 

ທ່ານ​ຄຳ​ແພງ ​ໄຊ​ສົມ​ແພງ, ​ເລຂາ​ຄະນະ​ພັກ, ​ເຈົ້າ​ແຂວງ​ແຂວງ​ຫຼວງ​ພະ​ບາງ​



ໃນ​ພິທີ, ​ຜູ້​ຮັບຜິ​ດຊອບ​ຝ່າຍ​ລົງທຶນ​​ໃຫ້​ຮູ້​ວ່າ, ​ໂຄງການ​ກໍ່ສ້າງ​ໂຮງ​ແຮມ​ແຫ່ງ​ນີ້​ເປັນ​ໂຄງການ​ທີ່​ຜູ້ນຳ​ຂັ້ນ​ສູງ​ຂອງ​ປະ​ເທດ​ລາວ​ກັບ​ເຈົ້າ​ໜ້າ​ທີ່​ອົງການ​ປົກຄອງ​ແຂວງ​ຢຸນນານ​ຈີນ​ຕົກລົງຮ່ວມ​ກັນ​ເພື່ອ​ສົ່ງ​ເສີມ​ການ​ຮ່ວມ​ມື​ເສດຖະກິດ​ຈີນ-ລາວ,​​ ເຊິ່ງຜູ້​ລົງທຶນ​ແມ່ນ​ກຸ່ມ​ບໍລິສັດ​ອຸດສາຫະກຳ​ທອງ​ແດງຢຸນນານ​ຈຳກັດ.​​ ໂຄງການ​ດັ່ງກ່າວ​ກວມ​ເນື້ອ​ທີ່ 16​,08 ​ເຮັກຕາ, ຫຼັງ​ຈາກ​ສ້າງ​ສຳ​ເລັດ​ແລ້ວ​ຈະ​ມີ​ຫ້ອງ​ນອນ 155 ຫ້ອງ,​ ບ່ອນ​ນັ່ງ​ສຳລັບ​ຄົນ​ຮັບ​ປະທານອາຫານ​ 600 ບ່ອນ​ນັ່ງ,​ ບ່ອນ​ນັ່ງ​ສຳລັບ​ປະຊຸມ​ 650 ບ່ອນ​ນັ່ງ,​​ ຈະ​ສ້າງ​ສຳ​ເລັດ​ໃນ​ປີ2015, ​ເປັນ​ໂຮງ​ແຮມ​ທັນ​ສະ​ໄໝທີ່​ມີ​ບໍລິການ​ຢ່າງ​ຄົບ​ຊຸດ, ​ເຊັ່ນ, ການ​ພັກເຊົາ,​ ກິນ​ດື່ມ, ບັນ​ເທີ​ງ,​ ຈັດ​ກອງ​ປະຊຸມ​ແລະ​ພັກຜ່ອນ​ຢ່ອນ​ໃຈ. ຫຼັງ​ຈາກ​ສ້າງ​ສຳ​ເລັດ​ກໍ່​ຈະ​ເພີ່ມ​ຄວາມ​ສວຍ​ງາມ​ໃຫ້ແກ່​ເມືອງແລະແຂວງ​ຫຼວງ​ພະ​ບາງ.


ຜູ້​ຮັບຜິ​ດຊອບ​ຝ່າຍ​ລົງທຶນ


ທ່ານ​ຄຳ​ແພງ ​ໄຊ​ສົມ​ແພງ, ​ເລຂາ​ຄະນະ​ພັກ, ​ເຈົ້າ​ແຂວງ​ແຂວງ​ຫຼວງ​ພະ​ບາງ​ກ່າວ​ວ່າ, ນັບ​ແຕ່​ລົງມື​ປະຕິບັດ​ໂຄງການ​ດັ່ງກ່າວ​ເປັນ​ຕົ້ນ​ມາ, ສູ​ນກາງ​ແລະ​ອົງການ​ປົກຄອງ​ແຂວງ​ຫຼວງ​ພະ​ບາງ​ໄດ້​ໃຫ້​ຄວາມ​ເອົາໃຈໃສ່ໃນ​ລະດັບ​ສູງ, ​ແລະ​ພະຍາຍາມ​ຊຸກຍູ້​ໂຄງການ​ດັ່ງກ່າວ​, ຫວັງ​ວ່າ​ໂຄງການ​ກໍ່ສ້າງ​ໂຮງ​ແຮມ​ທີ່​ເປັນ​ຂະໜາດ​ໃຫຍ່​ທີ່​ສຸດ​ແລະ​ມູນ​ຄ່າ​ລົງທຶນ​ສູງ​ສຸດ​ຢູ່​ແຂວງຫຼວງ​ພະ​ບາງ​ນີ້​ຈະໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບງາມ,​​ໃຫ້ການ​ບໍລິການ​ລະດັບ​ສາກົນ​ໃຫ້​ແກ່​ຜູ້​ບໍລິ​ໂພ​ກ,​ ທັງ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະຊາຊົນ​ທ້ອງ​ຖິ່ນ.