ໄທ​ຈະ​ສ້າງ​ສູນການ​ຈໍລະ​ຈອນ​ສິນຄ້າ​ອາ​ຊຽນ

(GMT+08:00) 2013-10-18 16:21:27     cri
ຕາມ​ຂ່າວCRI: ກະຊວງ​ການ​ຄ້າ​ໄທ​ກ່າວ​ໃນ​ຫວ່າງ​ມໍ່​ໆນີ້​ວ່າ, ​ເພື່ອ​​ເຮັດ​ໃຫ້ຕົ້ນທຶນ​ການ​ສົ່ງ​ອອກ​ຫຼຸດ​ລົງ​ຕື່ມ​ອີກ, ​​ແລະ​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ດ້ານການ​ເຊື່ອມ​​ຈອດກັນຂອງ​ປະຊາ​ຄົມ​​ເສດຖະກິດ​ອາ​ຊຽນ, ​ແລະ​ພະຍາຍາມ​ໃຫ້​ກາຍ​​ເປັນ​ສູນ​ກາງຂົນ​ສົ່ງ​ສິນຄ້າ​ລະຫວ່າງຈີນ​ກັບ​ອິນ​ເດຍ​ເຊິ່ງ​ເປັນ​ຕະຫຼາດ​ສຳຄັນ​ທີ່​ສຸດ​ໃນ​ໂລກ, ​ໄທ​ມີ​ແຜນຈະ​ສ້າງ​ສູນ​ການ​ຈໍລະ​ຈອນ​ສິນຄ້າ​ອາ​ຊຽນ​ໃຫ້​ສຳ​ເລັດ​ກ່ອນ​ປີ2020.

ກະຊວງ​ການ​ຄ້າ​ໄທ​ແລະ​ວິ​ສາ​ຫະກິດພາກ​ເອກະ​ຊົນ​ໄດ້​ຮ່ວມ​ກັນ​ວາງ​ແຜນ​ເພື່ອ​ພັດທະນາ​ຂະ​ແໜງ​ການ​ຈໍລະ​ຈອນ​ສິນຄ້າ​ປີ2020ຂອງ​ໄທ​, ​ໂດຍ​ຈະ​​ໂຮມສູນ​ແລະ​ຈັດ​ສັນ​ການ​ຂົນ​ສົ່ງ, ການຈັດ​ຊື້, ການ​ຄຸ້ມ​ຄອງ​ສາງ​ສິນຄ້າ, ການ​ຈໍລະ​ຈອນ​​ແຈກ​ຢາຍ​ຂອງ​ຜະລິດ​ຕະພັນ, ຂໍ້​ມູນ​ຂ່າວສານ​ການ​ຈໍລະ​ຈອນ​ສິນຄ້າ, ທຶນຮອນ​ແລະ​ອື່ນໆ, ກຳນົດ​ທິດ​ທາງ​​ແລະ​ເປົ້າ​ໝາຍການ​ພັດທະນາ​ດ້ານ​ການ​ບໍລິການ​​ຂອງ​ຂະ​ແໜງການທີ່​ກ່ຽວຂ້ອງ​​ໃນການ​ຈໍລະ​ຈອນ​ສິນຄ້າ, ​ເພື່ອ​ຍົກ​ສູງ​ປະສິດທິພາບການ​ເຮັດ​ວຽກ, ຊຸກຍູ້​ການ​ສົ່ງ​ອອກ.