ຄວາມຄືບໜ້າຫຼ້າສຸດຂອງອຸບັດຕິເຫດຍົນລາວຕົກ: ​ໄດ້ຊອກ​ພົບ​ຊາກ​ສົບ​ຂອງ​ຜູ້​ປະສົບ​ເຄ​າະຮ້າຍ​ແລ້ວ11ສົບ

(GMT+08:00) 2013-10-18 16:26:20     cri
ຕາມ​ຂ່າວCRI: ຕາມ​ການ​ລາຍ​ງານ​ຂ່າວ​ຈາກ​ຂ່າວສານ​ປະ​ເທດ​ລາວ, ທ່ານ​ບຸນ​ຖອງ ດິວິ​ໄລ, ຮອງ​ເຈົ້າ​​ແຂວງ​ຈຳ​ປາ​ສັກ​ຂອງ​ລາວ​ເປີ​ດ​ເຜີຍ​ວ່າ, ນັບ​ມາ​ຮອດ​​ເວລາ18:16​ໂມງຂອງ​ວັນ​ທີ17ຕຸລາ​ນີ້, ​ໄດ້​ຊອກ​ພົບ​ຊາກ​ສົບ​ຂອງ​ຜູ້​ໂດຍສານ​ທີ່​ປະສົບ​ເຄາະ​ຮ້າຍ​ໃນ​ອຸບັດ​ຕິ​ເຫດຍົນ​ລາວຕົກ​ຂອງ​​ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ16ຕຸລາ​ນີ້, ອີງ​ຕາມຮູບ​ຮ່າງ​ໜ້າ​ຕາ​ພາຍ​ນອກ​ສາມາດ, ຢືນຢັນ​​ໃນ​​ເບື້ອງ​ຕົ້ນ​ໄດ້ວ່າ​ໃນ​ນັ້ນ​ມີຄົນ​ລາວ3ຄົນ, ຄົນ​ຕ່າງປະ​ເທດ8ຄົນ.