ຈີນ​ປະ​ທ້ວງ​ຢ່າງ​​ເຄັ່ງຂຶມ​ແລະ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງຕໍ່ສະມາຊິກ​ລັດຖະບານ​ຍີ່ປຸ່ນ​ໄປ​​ໄຫວ້​ຫໍ​ໄຫວ້​ຢາ​ຊູ​ຄູ​ນີ

(GMT+08:00) 2013-10-18 18:32:49     cri

ຕາມ​ຂ່າວCRI: ວັນ​ທີ18ຕຸລາ​ນີ້, ທ່ານ​ນາງ​ຮວ້າຊຸ່ນຢິງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ວ່າ, ຈີນ​ສະ​ແດງ​ການ​ຄັດຄ້ານ​ຢ່າງ​ເດັດດ່ຽວ​ຕໍ່​ສະມາຊິກ​ລັດຖະບານ​ຍີ່ປຸ່ນ​ໄປ​ໄຫວ້ຫໍ​ໄຫວ້ຢາ​ຊູ​ຄູ​ນີຢ່າງ​ບັງ​ອາດ, ສະ​ແດງ​ການ​ປະ​ທ້ວງຢ່າງ​ເຄັ່ງຂຶມ​ແລະ​ກ່າວ​ປະນາມ​ຢ່າງຮຸນ​ແຮງຕໍ່​ຍີ່ປຸ່ນ.

ທ່ານ​ນາງ​ຮວ້າຊຸ່ນຢິງຍັງ​ໄດ້​ກ່າວ​ຢ້ຳຫຼັກ​ໝັ້ນ​ຂອງ​ຈີນວ່າ, ຍີ່ປຸ່ນ​ພຽງແຕ່​ປະ​ເຊີນ​ໜ້າ​ຢ່າງ​ຖືກຕ້ອງ​ແລະ​ສຳນຶກ​ປະຫວັດ​ການຮຸກ​ຮານ​ຂອງ​ຕົນ, ຖື​ປະຫວັດສາດ​ເປັນ​​ແວ່ນ​ແຍງຢ່າງ​ແທ້​ຈິງ, ການ​ພົວພັນ​ລະຫວ່າງຍີ່ປຸ່ນ​ກັບປະ​ເທດ​ໃກ້​ຄຽງ​​​ໃນອາຊີຈຶ່ງ​ສາມາດ​ກ້າວ​ເດີນ​ໄປ​ສູ່​ອະນາຄົດ. ຈີນ​ເຕືອນ​ຍີ່ປຸ່ນ​ຢ່າງ​ເຂັ້ມ​ງວດ​ອີກ​ເທື່ອ​ໜຶ່ງ​ວ່າ​ຕ້ອງ​ເຄົາລົບ​ການສະ​ແດງ​ທ່າ​ທີ​ແລະ​ຄ້ຳ​ໝັ້ນ​ສັນຍາ​ຂອງ​ຕົນ​ກ່ຽວ​ກັບການ​ສຳນຶກ​ຄືນ​ປະຫວັດການ​ຮຸກ​ຮານ, ​ໃຊ້​ການ​ກະທຳ​ຕົວ​ຈິງ​​ເພື່ອ​ສ້າງ​ຄວາມ​​ເຊື່ອ​ໝັ້ນ​ໃຫ້​ແກ່ປະ​ເທດ​ໃກ້​ຄຽງ​ໃນ​ອາຊີ​ແລະ​ປະຊາ​ຄົມ​ໂລກ.

ທ່ານ​ນາງ​ຮວ້າຊຸນ​ອິງ​ກ່າວ​ວ່າ, ທ່ານ​ຫຼິວ​ເຈີ້​ມິນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້ຮຽກ​ທ່ານ​​ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ​ປະຈຳ​ຈີນ​​ເຂົ້າ​ພົບ​​ເພື່ອສະ​ແດງ​ການຕໍ່​ວ່າ​ທັກ​ທ້ວງ​ຢ່າງ​ເຄັ່ງ​ຂຶມ, ກ່າວ​ປະນາມ​ຢ່າງ​ເຄັ່ງຂຶມ​​ຕໍ່​ເລື່ອງ​ທີ່​ສະມາຊິກ​ລັດຖະບານ​ຍີ່ປຸ່ນ​ໄປ​​ໄຫວ້​ຫໍ​ໄຫວ້ຢາ​ຊູ​ຄູ​ນີ.

ຂ່າວ​ແຈ້ງວ່າ, ທ່ານ​​ໂຢຊີ​ທາ​ຄາ ຊີ​ນ​ໂດ, ລັດຖະມົນຕີ​ວຽກ​ງານ​ສັງ​ລວມຍີ່ປຸ່ນ​ກັບ​ສະມາຊິກ​ຂອງ​​ສະຫະພັນສະມາຊິກລັດຖະ​ສະພາຂ້າມ​ພັກ​ການ​ເມືອງ​"ຄົນ​ທັງຫຼາຍ​ໄປ​ໄຫວ້​ຫໍ​ໄຫວ້ຢາ​ຊູ​ຄູ​ນີ"ປະມານ160ຄົນ​ໄປ​ໄຫວ້ຫໍ​ໄຫວ້​ຢາ​ຊູ​ຄູ​ນີ​ໃນ​ວັນ​ທີ18ຕຸລາ​ນີ້.