ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຈະຊ່ວຍ​ເຫລືອ​ຄອບຄົວ​ຂອງ​ຜູ້​ປະສົບ​ອຸບັດ​ຕິ​ເຫດເຮືອບິນ​ຕົກ​​ຢູ່​ລາວ​ຢ່າງຕັ້ງໜ້າ

(GMT+08:00) 2013-10-18 11:01:50     cri
ວັນ​ທີ 17 ຕຸລາ​ນີ້, ທ່ານ​ນາງ​ຮົ໋ວຊຸ໋ນ​ຢິງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຢູ່ນະຄອນຫລວງ​ປັກ​ກິ່ງ​ຂອງ​ຈີນວ່າ, ສູນ​ປົກ​ປ້ອງ​ຂອງ​ກົງສຸນກະຊວງ​ການ​ຕ່າງປະ​ເທດ​ຈີນ​ແລະສະຖານທູດ​ຈີນ​ປະ​ຈໍາ​ລາວ​ຈະ​ຕິດຕາ​ມຄວາມ​ຄືບ​ໜ້າການ​ແກ້​ໄຂ​ເຫດການເຮືອບິນ​ຕົກ​​ຢູ່​ລາວ​ຢ່າງ​ໃກ້ຊິດ ​ແລະ​ໃຫ້ການ​ຊ່ວຍ​​ເຫລື​ອຢ່າງ​ຈໍາ​ເປັນ​ແກ່​ຄອບຄົວ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ​ຂອງ​ຈີນໃນ​ອຸບັດ​ຕິ​ເຫດເຮືອບິນ​ຕົກຢູ່​ລາວ.
ທ່ານ​ນາງ​​ຮົ໋ວຊຸ໋ນຢິງກ່າວ​ວ່າ, ວັນ​ທີ 16 ຕຸລາ​ນີ້, ​ເຮືອບິນ​ໂດຍ​ສານ​ລໍາ​ໜຶ່ງ​ຂອງ​ບໍລິສັດລັດ​ວິ​ສາ​ຫະກິດການບິນ​ລາວ​ໄດ້​ເກີ​ດອຸບັດ​ຕິ​ເຫ​ດຕົກ, ມີຜູ້​​ໂດຍສານ​ຈີນ 2 ຄົນ​ໄດ້​ເສຍ​ຊີວິ​ດ ​ເຊິ່ງລວມທັງ​ພີ່ນ້ອງ​ຮ່ວມ​ຊາດ​ໃຕ້​ຫວັນ 1 ຄົນ. ພາຍຫລັງ​ໄດ້​ເກີ​​ດອຸບັດ​ຕິ​ເຫດ​ແລ້ວ, ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ໃຫ້​ຄວາມ​ສໍາຄັນ​ເປັນ​ຢ່າງ​ສູງ​ຕໍ່​ເລື່ອ​ງນີ້, ສູນ​ປົກ​ປ້ອງ​ຂອງ​ກົງສຸນກໍ​ເລີ່​ມດໍາ​ເນີນ​ກົນ​ໄກ​ຮັບ​ມື​ກັບ​ສະພາບ​ສຸກ​ເສິນ​ຢ່າງ​ທັນ​ທີ. ສະຖານທູດ​ຈີນປະ​ຈໍາ​ລາວ​ກໍ​ໄດ້​ຂໍ​ຂໍ້​ມູນທີ່​ລະອ​ລະອຽດສະພາບ​ທີ່​ກ່ຽວຂ້ອງ​ກັບກະຊວງ​ການຕ່າງປະ​ເທດ​ລາວ​ແລະ​ບໍລິສັດ​ການ​ບິນ​ທີ່​ກ່ຽວຂ້ອງ​ເພື່ອ​ຢືນ​ຢັນ​ຜູ້​ປະສົບ​ໄພ​ຂອງ​ຈີນ ​ແລະ​ຮຽກຮ້ອງ​ໃຫ້​​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ຂອງລາວ​ເພີ່ມ​ທະວີ​ການ​ຊ່ວຍ​ເຫລືອ​​ແລະ​ແຈ້ງ​ສະພາບ​ທີ່​ກ່ຽວຂ້ອງ​ໃຫ້​ຝ່າຍ​ຈີ​ນຊາບ. ສະຖານທູດ​ຈີນ​ປະ​ຈໍາ​ລາວ​ໄດ້​ຕິດ​ຕໍ່​ກັບ​ຄອບຄົວ​ຂອງ​ຜູ້​ປະສົບ​ໄພ​ຂອງ​ຈີນ ​ແລະ​ຈະ​​ໃຫ້ການຊ່ວຍ​ເຫລືອທີ່​ຈໍາ​ເປັນຢ່າງ​ຕັ້ງໜ້າ​ແລະ​ທັນ​ການ.