ຈີນ​ກາຍ​ເປັນປະ​ເທດ​ແຫ​ລ່ງນັກ​ທ່ອງ​ທ່ຽວ​ໃຫຍ່​ທີ່​ສຸດ​ຂອງ​ໄທ

(GMT+08:00) 2013-10-18 15:10:56     cri

ໜັງສືພິມຫລຽນ​ເຮີ​ຈາວ​ປ້າວ​ຂອງ​ສິງກະ​ໂປ​ລາຍ​ງານ​ວ່າ, ​ໃນ​ປີ​ກາຍ​ນີ້, ​ມີ​ນັກ​ທ່ອງ​ທ່ຽວ​ຈີນ​ປະມານ 2 ລ້ານ 7 ​ແສນ​ຄົນ​ໄປ​ທ່ຽວ​ໄທ ​ເຊິ່ງ​ໄດ້​ເຮັດ​ໃຫ້​ນັກ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ໄທ​ຫລາຍ​ກວ່າ​ນັກ​ທ່ອງ​ທ່ຽວ​ມາ​ເລ​ເຊຍ​ເປັນ​ຄັ້ງ​ທໍາ​ອິດ, ຈີນ​ໄດ້​ກາຍ​ເປັນ​ຕະຫລາດ​​ແຫ​ລ່ງນັກ​ທ່ອງ​ທ່ຽວ​ໃຫຍ່​ທີ່​ສຸດ​ຂອງ​ໄທ. ພຽງ​​ແຕ່ 6 ​ເດືອນ​ຕົ້ນ ປີ​ 2013 ນີ້​ເທົ່າ​ນັ້ນ, ​ນັກ​ທ່ອງທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ໄທກໍ​ບັນລຸ​ເຖິງ 2 ລ້ານ 2 ​ແສນ​ເທື່ອ​ຄົນ​ແລ້ວ, ຄາດ​ວ່າ​ໝົດ​ປີ​ຈະ​ຫລາຍ​ກວ່າ 4 ລ້ານ​ຄົນ, ຈີນ​ແລະ​ໄທ​ໄດ້​ເຫັນ​ດີ​ຈະ​ປຶກສາ​ຫາ​ລື​ກ່ຽວ​ກັບ​ການ​ຍົກ​ເວັ້ນວິຊາ​ເຊິ່ງກັນ​ແລ​ະກັນ.

ຂ່າວແຈ້ງວ່າ, ປັດຈຸບັນ​ນີ້​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ໄທ​ມີ​ວິຊາ​ສອງ​ປະ​ເພດ, ​ໜຶ່ງ​ແມ່​ນຫລັງ​ຈາ​ກ​ໄປ​ຮອດ​​ແລ້ວ​ຈຶ່ງ​ເຮັດ​ວິຊາກັບ​ດ່ານ, ​ອີກ​ປະ​ເພ​ດ​ໜຶ່ງ​ແມ່ນ​​ເຮັດ​ວິຊາ​ລ່ວງ​ໜ້າ. ປັດຈຸບັນ​ນີ້, ​ມີ​ແຕ່​ຄະນະ​ທ່ອງ​ທ່ຽວ​ເທົ່າ​ນັ້ນ​ທີ່​ສາມາດ​ເຮັດ​ວິຊາຫລັງ​ຈາ​ກ​ໄປ​​ເຖິງ​ດ່ານໄດ້, ຖ້າ​ແມ່ນ​ບຸກຄົນທົ່ວ​ໄປ​ຕ້ອງ​ເຮັດ​ວິຊາ​ລ່ວງ​ໜ້າ. ການ​ເຮັດ​ວິຊາ​ລ່ວງ​ໜ້າຕ້ອງ​ໃຊ້​​ເວລາ​ສາ​ມຫາ​ຫ້າມື້, ລາຍ​ຈ່າຍ​ແມ່ນ 230 ຢວນ.