ລັດຖະບານ​ສ.​ເກົາຫລີ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ແລະຄວາມ​ຜິດ​ຫວັງຕໍ່​ນາຍົກລັດຖະມົນຕີຍີ່ປຸ່ນທີ່​ມອບ​ເຄື່ອງ​ບູຊາ​ແກ່​​ຫໍ​ໄຫວ້​ຢາ​ຊຸ​ຄຸ​ນິ

(GMT+08:00) 2013-10-18 15:12:49     cri

ວັນ​ທີ 17 ຕຸລາ​ນີ້, ທ່ານ​ໂຈ ​ເທ-ຢົງ, ​ໂຄສົກ​ກະຊວງການ​ຕ່າງປະ​ເທດ​ສ.​ເກົາຫລີ​ກ່າວ​ໃນ​ກອງ​ປະຊຸ​ມຂ່າວວ່າ, ລັດຖະບານ​ສ.​ເກົາຫລີ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ແລະ​ຄວາມ​ຜິດ​ຫວັງ​ຕໍ່​ທ່ານ​ຊິນ​ໂຈ ອາ​ເບະ, ນາຍົກລັດຖະມົນຕີຍີ່ປຸ່ນທີ່​ມອບ​ເຄື່ອງ​ບູຊາ​ແກ່​​ຫໍ​ໄຫວ້​ຢາ​ຊຸ​ຄຸ​ນິ. ທ່ານ​ໂຈ ​ເທ-ຢົງກ່າວ​ວ່າ, ລັດຖະບານ​ສ.​ເກົາຫລີຮູ້ສຶກເປັນ​ຫ່ວງ​ແລະ​ຜິດ​ຫວັງ​ເປັນ​ຢ່າງ​ຍິ່ງ​ຕໍ່ທ່ານ​ຊິນ​ໂຈ ອາ​ເບະ, ນາຍົກລັດຖະມົນຕີຍີ່ປຸ່ນທີ່​ໄດ້​ມອບ​ເຄື່ອງ​ບູຊາ​ອີກແກ່​ຫໍ​ໄຫວ້​ຢາ​ຊຸ​ຄຸ​ນິທີ່​ບູຊາ​ອາ​ຊະຍະ​ກອນສົງຄາມ​ອັນ​ດັບ​ໜຶ່ງ​ໃນສະ​ໄໝສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ​ແລະ​ຕົກ​ແຕ່ງ​​ສົງຄາມ​ຮຸກ​ຮານ. ​ພວກ​ຂ້າພະ​ເຈົ້າເຕືອນ​ໃຫ້​ບຸກຄົນ​ການ​​ເມືອງ​ຍີ່ປຸ່ນ​ສໍາ​ຫລວດ​ປະຫວັດສາດ​ທີ່​ຜ່ານ​ມາ ​ແລະ​ສ້າງຄວາມ​ໄວ້​ເນື້ອ​ເຊື່​ອ​ໃຈຈາກ​ປະ​ເທດ​ອ້ອມ​ຂ້າງ​​ແລ​ະ​ປະຊາ​ຄົມ​ໂລກ.

ພ້ອມ​ນັ້ນ, ຕໍ່ການ​ວິ​ຈານ​ຂອງຍີ່ປຸ່ນ​ທີ່ວ່າ​ ທ່ານ​ຊິນ​ໂຈ ອາ​ເບະ​ໄດ້​ຕັດສິນ​ໃຈ​ຈະ​ໃຊ້ການ​ມອບ​ເຄື່ອງ​ແທນ​​ການໄປ​​ເຄົາລົບ​ຫໍ​ໄຫວ້​ຢາ​ຊຸ​ຄຸ​ນິແມ່ນ​ຢ້ານ​ການ​ປະ​ທ້ວງ​ຂອງ​ປະ​ເທດ​ອ້ອມ​ຂ້າງ, ທ່ານ ໂຈ ​ເທ-ຢົງກ່າວ​ວ່າ​ຈະ​ບໍ່​​ເຫັນ​ດີ​ນໍາຕໍ່​ການ​ວິຈານ​ດັ່ງກ່າວ.