​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເຕືອນຍີ່ປຸ່ນອີກ​ໂດຍ​ໃຫ້​ແກ້​ໄຂ​ບັນຫາ​ກ່ຽວ​ກັບ​ຫໍ​ໄຫວ້​ຢາ​ຊຸ​ຄຸ​ນິຢ່າງ​ເໝາະ​ສົມ​

(GMT+08:00) 2013-10-18 16:15:44     cri

ວັນ​ທີ 17 ຕຸລາ​ນີ້, ທ່ານ​ນາງ​ຮວ໋າ​ຊຸ໋ນຢິງ, ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ເຕືອນ​ໃຫ້​ຍີ່​ປຸ່ນ​ປະ​ເຊີນ​ໜ້າ​ແລະ​ສໍານຶກ​ຄືນ​ປະຫວັດສາດ​ກ່ຽວ​ກັບ​ການ​ຮຸກ​ຮາ​ນຂອງ​ຕົນ ​ແລະ​ແກ້​ໄຂ​ບັນຫາ​ທີ່​ກ່ຽວຂ້ອງ​ຢ່າງ​ເໝາະ​ສົມ.

ໃນ​ກອງ​ປະຊຸ​ມຂ່າວ​ໃນ​ມື້​ດຽວ​ກັນ, ມີ​ນັກ​ຂ່າວ​ຖາມ​ວ່າ, ຂ່າວ​ແຈ້ງ​ວ່າ, ທ່ານ​ຊິນ​ໂຈ ອາ​ເບະ, ນາຍົກລັດຖະມົນຕີຍີ່ປຸ່ນ​ຕັດສິນ​​ໃຈ​ຈະ​ບໍ່​​ໄປ​​ເຄົາລົບຫໍ​ໄຫວ້​ຢາ​ຊຸ​ຄຸ​ນິໃນ​ໄລຍະ​ບູຊາ​ໃຫຍ່​ຂອງ​ລະດູ​ໃບ​ໄມ້​ຫລົ່ນ, ​ແຕ່​ທ່ານ​ຊິນ​ໂຈນ ອາ​ເບະຈະມອບເຄື່ອງ​ບູຊາ​ແກ່ຫໍ​ໄຫວ້​ຢາ​ຊຸ​ຄຸ​ນິ​ແທນ. ຈີນ​ມີ​ການ​ວິຈານ​ແນວ​ໃດຕໍ່​ເລື່ອງ​ນີ້?

ທ່ານ​ນາງຮວ໋າ​ຊຸ໋ນຢິງກ່າວ​ວ່າ, ຈີນ​ໄດ້​ສະ​ແດງ​ທ່າ​ທີ​ແລະ​ຫລັກ​ໝັ້ນ​ຂອງ​ຕົນ​ຫລາຍ​ຄັ້ງ​ໃນ​ບັນຫາຫໍ​ໄຫວ້​ຢາ​ຊຸ​ຄຸ​ນິ​. ພວກ​ຂ້າພະ​ເຈົ້າ​ເຕືອນ​​ຍີ່ປຸ່ນ​ອີກ​ໂດຍໃຫ້​​ປະ​ເຊີນ​ໜ້າ​ແລະ​ສໍານຶກ​ຄືນປະຫວັດສາດ​ກ່ຽວ​ກັບ​ການ​ຮຸກ​ຮາ​ນຂອງ​ຕົນຢ່າງ​ຕັ້ງໜ້າ, ​ເຄົາລົບ​ນັບຖື​ອາລົມຈິດ​ຂອງ​ປະຊາຊົນ​ຂອງ​ປະ​ເທດ​ທີ່ປະສົບ​​ເຄາະ​ຮ້າຍ​ໃນ​ອາຊີ ​ເຊັ່ນ​ຈີນ​ແລະ​ອື່ນໆ ​ແລະ​​ແກ້​ໄຂ​ບັນຫາ​ທີ່​ກ່ຽວຂ້ອງຢ່າງ​ເໝາ​ະສົມ.