"ພັກຝ່າຍ​ຕ່າງໆ​ຂອງ​ໄທ​ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການ​ຊຸກຍູ້​​ມິດຕະພາ​ບ​ໄທ-ຈີນ" -- ການ​ສໍາພາດ​​ຕໍ່ປະທານ​ສະພາ​ແຫ່ງ​ຊາດ​ ທັງ​ເປັນ​ປະທານຜູ້​ແທນ​ລາຊະ​ດອນ​ຂອງ​ໄທ

(GMT+08:00) 2013-10-18 16:50:26     cri

ວັນ​ທີ 17 ຕຸລາ​ນີ້, ​ໃນ​ເວລາ​ໃຫ້​ສໍາພາດຕໍ່​ນັກຂ່າວ, ທ່ານ​ສົມ​ສັກ ກຽດ​ສຸລາ​ນົນ ​ປະທານ​ສະພາ​ແຫ່ງ​ຊາດ​ ທັງ​ເປັນ​ປະທານ ຜູ້​ແທນ​ລາຊະ​ດອນ​ຂອງ​ໄທ​ກ່າວ​ວ່າ, ພັກຝ່າຍ​ຕ່າງໆ​ຂອງ​ໄທ​ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການ​ຊຸກຍູ້​​ໄມຕີ​ຈິດ​ມິດຕະພາ​ບລະຫວ່າງ​ໄທ-ຈີນ.

ແຕ່ວັນ​ທີ 11 ຫາ​ວັນ​ທີ 13 ​ຕຸລານີ້, ທ່ານ​ຫລີ​ເຄີ້ສຽງ, ນາຍົກ​ລັດຖະມົນຕີ​ຈີນ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ໄທ​ຢ່າງ​ເປັນ​ທາງ​ການ. ຕອນ​ບ່າຍ​ວັນ​ທີ 11 ຕຸລາ​ນີ້, ​ເວລາ​ຢ້ຽມຢາມສະພາ​ແຫ່ງ​ຊາດ​ໄທ, ທ່າ​ນຫລີ​ເຄີ້ສຽງ​ໄດ້​ກ່າວ​ປາຖະກະຖາ​ທີ່​ມີ​ຫົວ​ຂໍ້ວ່າ "​ເຮັດ​​ໃຫ້​ດອກ​ໄມ້​ແຫ່ງ​ມິດຕະພາບ​ຈີນ-​ໄທ​​ແຕກ​ດອກອອກ​ຜົນ​ທີ່​ຫລາຍ​ກວ່າ​​ເກົ່າ" ​​ໂດຍ​ໄດ້​ຕີ​ລາຄາ​ສູງ​ຕໍ່​ໄມຕີ​ຈິດ​ມິ​​ດພະ​ພາບ​ຈີນ-​ໄທ ​ແລະ​​ເບິ່ງ​ອະນາຄົດ​ອັນ​ດີ​ງາ​ມຂອງ​ກາ​ນພົວພັນ​ລະຫວ່າງ​ສອງ​ປະ​ເທດ. ການ​ກ່າວ​ປາຖະກະຖາ​ຄັ້ງ​ນີ້​ໄດ້​ເຮັດ​ໃຫ້​ສະມາຊິກ​ສະພາ​ທີ່​​ເຂົ້າ​ຮ່ວມເຫັນ​ດີ​ແລະ​ມີຄວາມ​ຮູ້ສຶກ​​ເປັນ​ເອກະ​ພາບ​ນໍາ​ເປັນ​ຢ່າງ​ດີ ​ແລ​ະ​ໄດ້​ຮັບ​ສຽງ​ຕົບມື​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ສົມ​ສັກ​ກ່າວ​ວ່າ, ​ການ​ດໍາ​ເນີນ​ກອງ​ປະຊຸມ​ສະພາ​ໃນ​ເວລາ​ທົ່ວ​ໄປ​ແມ່ນມີ​ບັນຍາກາດ​ເຄັ່ງ​ຕຶງສະ​ເໝີ, ພັກ​ກໍາອໍານາດ​ແລະ​ພັກ​ຝ່າຍ​ຄ້ານ​​ເກີດ​ການ​ຖົກ​ຖຽງ​ກັນ​ຢ່າງ​ເນື່ອງນິດ​ຍ້ອນ​ຄວາມ​​ເຫັນທີ່​ແຕກ​ຕ່າງກັນ. ​ແຕ່​ໃນ​ມື້​ທີ່​ທ່ານ​ຫລີ​ເຄີ້ສຽງ​ມາ​ຢ້ຽມຢາມ, ສະ​ມາ​ຊິກ​ສະພາ​ຂອງ​ພັກ​ຝ່າຍ​ຕ່າງໆ​ລ້ວນ​ແຕ່​ໄດ້​ສະ​ແດງຄວາມ​ຈູບຈ້າວ​ຫາວ​ຫັນ​ເປັນ​ຢ່າງ​ຍິ່ງ. ທ່ານສົມ​ສັກ​ກ່າວຕື່ມ​ວ່າ, ນີ້​ແມ່ນຍ້ອນ​ວ່າພັກຝ່າຍ​ຕ່າງໆ​ຂອງ​ໄທ​ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການຮັກສາ​ການ​ພົວພັນ​ໄມຕີ​ຈິດ​ມິດຕະພາບ​ກັບ​ຈີນ ​ແລະ​​ເຫັນ​ວ່າ​ຝ່າຍ​ຕ່າງໆ​ລ້ວນ​ແຕ່​ມີ​ພັນທະ​ແລະ​ຄວາມ​ຮັບຜິດຊອບ​​ໃນ​ການ​ພະຍາຍາມ​ເພື່ອຊຸກຍູ້​ການພົວພັນ​ໄມຕີ​ຈິດ​ມິດຕະພາບ​ໄທ-ຈີນ.

ທ່ານ​ສົມ​ສັກ​ກ່າວ​ວ່າ, ການ​ຢ້ຽມຢາມ​ຂອງ​ທ່ານ​ຫລີ​ເຄີ້ສຽງ​ໃນ​ຄັ້ງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຈີນ​ໃຫ້​ຄວາມ​ສໍາຄັນ​ຫລາຍ​ຕໍ່​ການ​ຮ່ວມ​ມື​ກັບ​ໄທ. ​ໃນ​ຖານະ​ທີ່​ເປັນ​ປະ​ເທດ​ຖານ​ອ້າຍ​ນ້ອງກັນ, ​ໄທ​ກັບ​ຈີນ​ຕ້ອງ​ຮ່ວມ​ກັນ​ກ້າວ​ໄປ​ໜ້າ​ແລະ​ທໍາ​ຄວາມ​ພະຍາຍາມ​ເພື່ອ​ສ້າງ​ຄວາມສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ.