ອັງກິດ​ປະກາດວ່າ ຈະ​ຈັດ​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ກ່ຽວ​ກັບ​ບັນຫາ​ຊີຣີ ຢູ່​ລອນ​ດອນ

(GMT+08:00) 2013-10-19 14:35:18     cri
ວັນ​ທີ 18 ຕຸລາ​ນີ້, ທ່ານ​ວິນ​ລຽມ ຮາ​ເກີ, ລັດຖະມົນຕີ​ວ່າການ​ກະຊວງການ​ຕ່າງປະ​ເທດ​ອັງກິດ​ປະກາດ​ວ່າ, ອັງກິດ​ຈະ​ຈັດ​ກອງ​ປະຊຸມໜ່ວຍ​ງານ​ໃຈກາງ "​ເພື່ອ​ນມິດ​ຂອງ​ຊີຣີ" ​ໃນ​ວັນ​ທີ 22 ຕຸ​ລາ​ນີ້, ​ເພື່ອ​ຫາລື​ວິ​ກິດ​ການ​ຊີຣີ​ແລະບັນຫາ​ທີ່​ກ່ຽວຂ້ອງກັບ​ກອງ​ປະຊຸມ​ເຊີ​ແນວ​ຄັ້ງ​ທີ 2.

ທ່ານຮາ​ເກີ​ກ່າວ​ວ່າ, ມະຕິ​ເລກທີ 2118 ຂອງ​ສະພາ​ຄວາມໝັ້ນຄົງ​ສະຫະ​ປະຊາ​ຊາດ ຮຽກຮ້ອງ​ໃຫ້​ຈັດ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ບັນຫາ​ຊີຣີ, ​ເພື່ອ​ຈັດ​ຕັ້ງປະຕິບັດ "ປະກາດ​ແຈ້ງ​ການ​ເຊີ​ແນວ" ທີ່​​ເຊັນ​ກັນໃນ​ຫວ່າງ​ມໍ່ໆ​ນີ້​. ປະກາດ​ແຈ້ງ​ການຮຽກຮ້ອງ​ໃຫ້​ສ້າງ​ຕັ້ງອຳນາດ​ການ​ປົກຄອງ​ລັກ​ສະ​ນະ​ຊົ່ວຄາວ​ຢູ່​ຊີຣີ, ​ເພື່ອປະຕິບັດ​ອຳນາດການ​ປົກຄອງຮອບດ້ານ, ອຳນາດ​ການ​ປົກຄອງ​ນີ້ ຄວນ​ລວມທັງ​ລັດຖະບານ​ຊີຣີ, ສະມາຊິກຝ່າຍຕໍ່ຕ້ານ​ລັດຖະບານ​ແລະໝູ່​ຄະນະ​ອື່ນໆ, ​ແລະ​ສ້າງ​ຂຶ້ນ​ບົນ​ພື້ນຖານ​ປຶກສາ​ຫາລື​ເປັນ​ເອກະ​ພາບ​ກັນ. ​ເພື່ອບັນລຸ​ຈຸດ​ປະສົງ​ດັ່ງກ່າວ, ອັງກິດ​ຕົກລົງ​ເປັນ​ປະທານ​ຈັດ​ ກອງ​ປະຊຸມ "11 ຝ່າຍ​ຂອງ​ລອນ​ດອນ", ​ເພື່ອຫາລື​ການ​ກະກຽມ​ກອງ​ປະຊຸມ​ເຊີ​ແນວ​ຄັ້ງ​ທີ 2, ສະ​ແດງ​ການ​ສະໜັບສະໜູນຕໍ່​ສະຫະພັນ​ທົ່ວ​ປະ​ເທດ​ຊີຣີ, ​ແລະ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ພະຍາຍາມ​ຂອງ​ປະ​ເທດ​ທີ່​ກ່ຽວຂ້ອງ​ເພື່ອ​ສິ້ນ​ສຸດ​ການ​ປະ​ທະ​ກັນ​​ຂອງ​ຊີຣີ ​ແລະບັນລຸ​ແຜນການ​ແກ້​ໄຂດ້ານ​ການ​ເມືອງ.

​ ​ໜ່ວຍ​ງານ​ໃຈກາງ​ "​ເພື່ອນ​ມິດ​ຂອງ​ຊີຣີ" ທີ່​ຖືກ​ເອີ້ນ​ວ່າ "11 ຝ່າຍ​ຂອງລອນ​ດອນ" ລວມທັງຜູ້​ຕາງໜ້າ​ໃຫ້​ແກ່ອາ​ເມ​ລິ​ກາ, ອັງກິດ, ຝະຣັ່ງ, ​ເຢຍລະ​ມັນ, ອີ​ຕາ​ລີ, ​ເອຢິບ, ຊອກ​ດາ​ນີ, ອາ​ຣັບບີ​ຊາ​ວຸດິດ, ຕວກກີ, ສະຫະລັດ​ອາຣັບ​ເອມີ​ເຣດ​ແລະ​ສະຫະພັນ​ທົ່ວ​ປະ​ເທດທີ່​ເປັນ ຝ່າຍ​ຕໍ່ຕ້ານ​ລັດຖະບານ​ຂອງ​ຊີຣີ.