ຮອງນາຍົກລັດຖະມົນຕີຈີນ​ແລະຣັດ​ເຊຍ​ຈັດ​ກອງ​ປະຊຸມຄັ້ງທີ 17 ຂອງ​ຄະນະ​ກຳມະການ​ພົບ​ປະ​ເຈລະຈາ​​ເປັນປະຈຳ

(GMT+08:00) 2013-10-19 14:40:09     cri
ຕາມ​ຂ່າວສານ​ຈີນ: ວັນ​ທີ 18 ຕຸລາ​ນີ້, ຢູ່​ນະຄອນ​ຊີ່​ອ່ານ, ທ່ານ​ວ່າງ​ຢາງ, ຮອງ​ນາຍົກລັດຖະມົນຕີຈີນ, ປະທານ​ຝ່າຍ​ຈີນ​ຂອງ​ຄະນະ​ກຳມະການ​ພົບ​ປະ​ເຈລະຈາ​ລະຫວ່າງ​ນາຍົກລັດຖະມົນຕີຈີນ​ແລະຣັດ​ເຊຍ​ເປັນປະຈຳ​ ກັບ​ທ່ານ​ໂຣ​ໂກ​ຊິນ, ຮອງ​ນາຍົກ​ລັດຖະມົນຕີຣັດ​ເຊຍ, ປະ​ທານ​ຝ່າຍຣັດ​ເຊຍ​ ​ໄດ້ຮ່ວມກັນຈັດກອງປະຊຸມຄັ້ງທີ 17 ຂອງ​ຄະນະ​ກຳມະການ​ພົບ​ປະ​ເຈລະຈາ​ລະຫວ່າງ​ນາຍົກລັດຖະມົນຕີຈີນ​ແລະຣັດ​ເຊຍ​ເປັນປະຈຳ, ​​ເພື່ອ​ທຳ​ການ​ກະກຽມ​ເພື່ອ​ການ​ພົບ​ປະ​ເຈລະຈາລະຫວ່າງ​ນາຍົກລັດຖະມົນຕີຈີນຣັດ​ເຊຍ​ເປັນ​ປະຈຳ​ຄັ້ງ​ທີ 18 ທີ່​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້.

ທ່ານ​ວ່າງ​ຢາງ​ກ່າວ​ວ່າ, ປີ​ນີ້, ທ່ານ​ຊີ​ຈີ້​ນພິງ, ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະກັບ​ທ່ານ​ວຼາດີ​ເມຍ ປູ​ຕິນ, ປະທານາທິບໍດີຣັດ​ເຊຍ​ 5 ​ເທື່ອ, ​ໄດ້​ວາງ​ແຜນການ​ພັດທະນາ​ການ​ພົວພັນຄູ່​ປະສານ​ງານ​ຍຸດ​ທະ​ສາດຮອບດ້ານ​ລະຫວ່າງ​ຈີນ​ກັບຣັດ​ເຊຍ. ໜ້າ​ທີ່​ຕົ້ນຕໍ​ຂອງ​ສອງ​ຝ່າຍ ​ແມ່ນຈັດ​ຕັ້ງປະຕິບັດ​ຄວາມ​ເຫັນທີ່​ເປັນ​ເອກະສັນ​ກັນ​ຂອງ​ຜູ້ນຳ​ສອງ​ປະ​ເທດ​ຢ່າງຮອບດ້ານ, ຫັນ​ການ​ພົວພັນ​ການ​ເມືອງທີ່​ມີ​ລະດັບ​ສູງ​ລະຫວ່າງ​ຈີນ​ກັບຣັດ​ເຊຍ ​ໃຫ້​ກາຍ​ເປັນ​ຜົນສຳ​ເລັດຮ່ວມ​ມືທີ່​ຕິດ​ແທດ​ຕົວ​ຈິງ​​ແລະອຸດົມສົມບູນ.

ທ່ານ​ວ່າງ​ຢາງ​ກ່າວ​ວ່າ, ຈີນ​ກັບຣັດ​ເຊຍ​ແມ່ນ​ປະ​ເທດ​ໃກ້​ຄຽງ​ທີ່​ໃຫຍ່​ກວ່າໝູ່​ຂອງ​ກັນ, ທັງ​ເປັນ​ປະ​ເທດ​ທີ່​ເປັນ​ຕະຫຼາດຈະ​ເລີ​ນ​ໃໝ່ຄື​ກັນ, ມີ​ທ່າ​ແຮງ​ທີ່​ຊ່ວຍ​ຊູ​ຍູ້ໜູນ​ກັນ​ໃນ​ດ້ານ​ເສດຖະກິດຢ່າງຫຼວງຫຼາຍ, ​ການ​ທີ່ເປີດ​ກວ້າງ​ແລະ​ລົງ​ເລິກ​ການຮ່ວມ​ມື​ທີ່ຕິດ​ແທດ​ຕົວ​ຈິງ​ຕື່ມ​ອີກນັ້ນ​ທັງ​ມີ​ຄວາມ​ຈຳ​ເປັນ ກໍ່​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້.

ທ່ານ​ໂຣ​ໂກ​ຊິນ​ກ່າວ​ວ່າ, ຈີນ​ແມ່ນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດທີ່​ສຳຄັນ​ກວ່າໝູ່​ຂອງຣັດ​ເຊຍ, ຣັດ​ເຊຍ​ຖືການ​ເປີດ​ກວ້າງການຮ່ວມ​ມືທີ່​ຕິດ​ແທດ​ຕົວ​ຈິງກັບ​ຈີນ ​​ເປັນ​ທິດ​ທາງ​ບູລິ​ມະ​ສິດ​ຂອງ​ການຮ່ວມ​ມື​ກັບ​ຕ່າງປະ​ເທດ, ຍິນ​ດີ​ຕ້ອນຮັບ​ຈີນ​ເຂົ້າ​ຮ່ວມ​ການ​ປັບປຸງອຸດສາຫະກຳ​ໃຫ້​ທັນ​ສະ​ໄໝ​ແລະ​ການ​ສ້າງ​ພື້ນຖານ​ໂຄງ​ລ່າງ, ຕັ້ງໜ້າ​ເພີ່ມ​ທະວີ​ການ​ລົງທຶນ​ຕໍ່ຣັດ​ເຊຍ, ດຳ​ເນີນ​ການຮ່ວມ​ມື​​ໃນໂຄງການ​ໃຫຍ່, ປັບປຸງພື້ນຖານທາງ​ດ້ານ​ວັດຖຸ​ແຫ່ງ​ການ​ພົວພັນ​ຄູ່​ ​ປະສານ​ງານ​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງຣັດ​ເຊຍ​ກັບ​ຈີນຕື່ມ​ອີກ.