ລັດຖະບານລາວ ສະແດງຄວາມເສຍໃຈ ຕໍ່ອຸປະຕິເຫດເຮືອບິນຕົກ ຂະນະທີ່ພາກສ່ວນກ່ຽວຂ້ອງ ເລັ່ງເກັບກູ້ຊາກເຮືອບິນ ແລະ ສົບຜູ້ເສຍຊີວິດ

(GMT+08:00) 2013-10-19 13:28:34     cri
ຂປລ. ​ມາ​ຮອດ​ປະຈຸ​ບັນ ທາງ​ພາກສ່ວນ​ກ່ຽວຂ້ອງ ທີ່​ຮັບຜິດຊອບ​​ເກັບ​ກູ້ຊາກ​ເຮືອບິນ ATR 72-600, ຖ້ຽວ​ບິນ Qv 301 ​ແລະ ​ຜູ້​ເສຍຊີວິດຈາກ​ເຫດ ການເຮືອບິນຕົກ ​ເມື່ອ​ວັນ​ທີ 16/10/2013, ພວມ​ຂຸ້ນຂ້ຽວ​ຊອກ​ຫາ​ຊາກ​ເຮືອບິນ ​ແລະ ​ຜູ້​ເສຍ​ຊີວິດ ​ຊຶ່ງຄາດ​ວ່າ​ເສຍ​ຊີວິດ​ໝົດ, ມາ​ຮອດ​ຕອນ​ເຊົ້າວັນ​ທີ 18 ຕຸລາ 2013 ນີ້ ສາມາດ​ເກັບ​ກູ້​ສົບ​ຜູ້​ເສຍ​ຊີວິດ​ໄດ້​ແລ້ວ​ຈໍານວນ 14 ສົບ ​ແຕ່​ຍັງ​ບໍ່​ສາມາດພິສູດ​ສັນຊາດ​ໄດ້. ຕໍ່​ກັບ​ເຫດການ​ນີ້, ລັດຖະບານ​ລາວ ​ໄດ້​ອອກ​ແຈ້ງ​ການ ​ເພື່ອ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ ​ແລະ ​​ເສຍ​ໃຈຕໍ່​ເຫດການ​, ​ໂດຍ​ແມ່ນ ທ່ານ ​ເພັດ​ສາຄອນ ຫລວງ​ອາ​ໄພ ລັດຖະມົນຕີ​ຊ່ວຍ​ ວ່າການ, ຮອງ​ຫົວໜ້າຫ້ອງ​ວ່າການ​ລັດຖະບານ ​ໄດ້ຕາງໜ້າ​ໃຫ້​ລັດຖະບານ ​ເປັນ​ຜູ້​ຖະ​ແຫລ​ງຂ່າວ ​ໃນ​​ຕອນ​ເຊົ້າວັນ​ທີ 18 ຕຸລາ 2013 ນີ້ ຢູ່​ທີ່​ ຫ້ອງ​ວ່າການ​ລັດຖະບານ.

    ທ່ານ ​ເພັດ​ສາຄອນ ຫລວງ​ອາ​ໄພ ​ໄດ້​ກ່າວວ່າ: ລັດຖະບານ ​ແຫ່ງ ສປປ.ລາວ ສະ​ແດງ​ຄວາມ​ເສຍ​ໃຈ ຕໍ່​ເຫດການ​ທີ່​ເກີດ​ຂຶ້ນ ຊຶ່ງຖື​ວ່າ​ເປັນຄວາມ​ສູນ ​ເສຍ​ຊີວິດ ​ແລະ ຊັບ​ສິນຄັ້ງຍິ່ງ​ໃຫຍ່ ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ລັດຖະບານ​ລາວ​ຖື​ໂອກາດ​ນີ້ ​ແບ່ງ​ເບົາ​ຄວາມທຸກ​ໂສກ ນຳ​ຄອບຄົວ​ພີ່ນ້ອງ​ຊາວ​ຕ່າງປະ​ເທດ ​ແລະ ພາຍ​ໃນ​ປະ​ເທດ, ລັດຖະບານ​ຈະ​ພະຍາຍາມ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຊອກ​ຄົ້ນ, ​ເກັບ​ກູ້​ຊາກ​ສົບ​ຂອງ​ຜູ້​ເສຍ​ຊີວິດ ​ແລະ ທໍາບຸນ​ກຸສົນ​ຕາມ​ປະ​ເພນີ. ດັ່ງນັ້ນ ​ເພື່ອ​ແກ້​ໄຂ​ອຸປະຕິ​ເຫດ​ດັ່ງກ່າວ ​ໃຫ້​ດຳ​ເນີນ​ໄປ​ຢ່າງ​ວ່ອງ​ໄວ ​ແລະ ທັນ​ການ, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ຊີ້ນຳ​ດັ່ງນີ້: ມອບ​ໃຫ້​ຄະນະ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໄພພິບັດ​ແຫ່ງ​ຊາດ ​ແລະ ​ແຂວງ​ຈຳປາ​ສັກ ປະກອບ​ເປັນ​ຄະນະ​ຊອກ​ຄົ້ນ ​ແລະ ​ເກັບ​ກູ້​ຊາກ​ສົບ​ຂອງ​ຜູ້​ເຄາະ​ຮ້າຍ ​ໂດຍ ​ແມ່ນ​ລັດຖະມົນຕີ ວ່າການກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ພ້ອມ​ເຈົ້າ​ແຂວງ​ຈຳປາ​ສັກ ​ເປັນ​ຫົວໜ້າ​ຄະນະ, ​ແຕ່ງຕັ້ງຄະນະ​ຮັບຜິດຊອບ​ງານ​ຊາ​ປາ​ນາ​ກິດ​ສົບ​ ຂອງ​ຜູ້​ເຄາະ​ຮ້າຍ ຊຶ່ງຈະ​ຈັດ​ຂຶ້ນ ຢູ່​ແຂວງ​ຈຳປາ​ສັກ, ​ພ້ອມ​ກັນນັ້ນ​ໃຫ້​ມີ​ພິທີ​ໄວ້​ອາ​ໄລ 1 ນາທີ ທົ່ວ​ປະ​ເທດ​ພ້ອມ​ກັນ. ສຳລັບ​ການ​ພົວພັນ, ​ແກ້​ໄຂ​ບັນຫາ​ ນະ​ໂຍບາຍ​ຕ່າງໆກັບ​ອົງການ​ຈັດຕັ້ງ ​ແລະ ຄອບຄົວ​ພີ່ນ້ອງຂອງ​ຜູ້​ເສຍ​ຊີວິດ ​ໃຫ້​ດຳ​ເນີນ​ການ​ຕາມ​ລະບຽບ​ການ, ກົດໝາຍ​ຂອງ​ລາວ, ກະຕິ​ກາສາ​ກົນ ​ແລະ ສັນຍາ​ປະກັນ​ໄພ ຂອງ​ບໍລິສັດ​ການບິນ​ລາວ ​ໂດຍ​ມອບ​ໃຫ້​ກະຊວງ​ການ​ຕ່າງປະ​ເທດ ​ເປັນ​ໃຈກາງ​ສຳລັບຄົນ​ຕ່າງປະ​ເທດ, ສຳລັບ​ ພາຍ​ໃນ ​ແມ່ນ​ຫ້ອງການ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ, ບໍລິສັດ​ການ ບິນ​ລາວ ​ເປັນ​ໃຈກາງ​ປະສານ​ງານ, ສ່ວນ​ຈຸດ​ປະສານ​ງານ​ຢູ່​ແຂວງ ​ແມ່ນ ຢູ່ ຫ້ອງ​ວ່າການ​ປົກຄອງ​ແຂວງ​ຈຳປາ​ສັກ ​ແລະ ​ໂຮງ​ແຮມ​ຈຳປາ​ສັກ​ແກຣນ.

     ໃນ​ມື້ດຽວກັນນີ້, ທ່ານ ສົມ​ສະ​ໄໝ ວິ​ຊຸນ​ນະຣາດ ຮອງ​ຜູ້ອຳນວຍການ​ລັດ​ວິ​ສາ​ຫະກິດ​ການບິນ​ລາວ ​ໄດ້​ໃຫ້ການ​ຢືນຢັນ​ວ່າ: ປະຈຸ​ບັນ​ການ​ເກັບ​ກູ້​ຊາກ ​ເຮືອບິນ ​ແລະ ​ຜູ້​ເສຍ​ຊີວິດ ​ແມ່ນ​ມີ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ ​ເພາະ​ຈຸດ​ທີ່​ເຮືອບິນ​ລຳ​ດັ່ງກ່າວ​ຕົກ​ແມ່ນ​ຖືກ​ແລວນ້ຳ​ໄຫລ​ແຮງ ຈຶ່ງ​ບໍ່​ສາມາດ​ເກັບ​ກູ້​ເຮືອບິນ​ ຂຶ້ນມາ​ໄດ້, ​ແຕ່​ທາງ​ໜ່ວຍ​ງານ​ກູ້​ໄພ ​ໄດ້​ໃຊ້​ທຸກ​ຄວາມ​ສາມາດ ​ເພື່ອ​ເກັບ​ກູ້​ຊາກ​ເຮືອບິນ ​ແລະ ຜູ້​ເສຍ​ຊີວິດຢ່າງ​ເຄັ່ງຮ້ອນ ​ໂດຍ​ໃຊ້​ກໍາລັງ​ຈາກ​ສູນ​ກາງ, ​ປະ​ເທດ​ໃກ້​ຄຽງ ​ແລະ ທ້ອງ​ຖິ່ນ ​ເພື່ອ​ເກັບ​ກູ້​ຊາກ​ເຮືອບິນ ​ແລະ ​ຜູ້​​ໄດ້​ຮັບ​ເຄາະ​ຮ້າຍ ​ເຊິ່ງຄາດ​ວ່າ​ເສຍ​ຊີວິດ​ໝົດ​ທັງ 49 ຄົນ. ສຳລັບ​ສາ​ເຫດ​ສຳຄັນ ຂອງ​ການ​ເກີດ​ ອຸປະຕິ​ເຫດ​ຍັງ​ບໍ່​ທັນ​ສາມາດ​ສະຫລຸບ​ໄດ້ ​ເພາະ​ສິ່ງ​ທີ່​ຈະ​ຢັ້ງຢືນ​ໄດ້​ແມ່ນ​ກ່ອງ​ດຳ ​ ​ແລະ ຍັງ​ບໍ່​ສາມາດ​ເກັບ​ກູ້​ຂຶ້ນມາ​ໄດ້​ ໃນ​ປະຈຸ​ບັນທາງ​ ບໍລິສັດ​ຜູ້​ຜະລິດ ​ເຮືອບິນ​ລຳ​ດັ່ງກ່າວ ​ກໍໄດ້​ສົ່ງ​ໜ່ວຍ​ງານ​ວິຊາ​ການ​ມາ​ສົມ​ທົບ​ໃນ​ການ​ຊອກ​ຄົ້ນ​ຢ່າງ​ເລັ່ງດ່ວນ ​ເພາະ​ຖ້າ​ກາຍ​ມື້ນີ້​ແລ້ວ​ຈະ​ມີ​ຄວາມ​ຫຍຸ້ງ ຍາກ​ທີ່​ສຸດ​ໃນ​ການ​ຊອກ​ຄົ້ນຫາ​ກ່ອງ​ດຳ.  
 
ສຳລັບ ຮູບ​ພາບ ​ແລະ ຂໍ້ຄວາມ​ຕ່າງໆ ທີ່​ກຳລັງ​ແຜ່​ຫລາຍ​ຢູ່​ໃນ​ສື່​ອອນ​ລາຍ ​ນັ້ນ, ທ່ານ ພົນ​ປະສິດ ພິດສະ​ໄໝ, ຫົວໜ້າ​ສູນ​ບໍລິຫານ​ລັດ​ດ້ວຍ​ເອ​ເລັກ ​ໂຕຣນິກ ກະຊວງ​ໄປສະນີ ​ໂທລະ​ຄົມ ​ແລະ ການ​ສື່ສານ ​ໄດ້​ຢືນຢັນ​ວ່າ: ຮູບ​ພາບ ​ແລະ ຂໍ້ຄວາມ​ສ່ວນ​ຫລາຍແມ່ນ​ບໍ່​ມີ​ມູນ​ຄວາມ​ຈິງ, ດັ່ງນັ້ນ ຈຶ່ງຮຽກ ຮ້ອງ​ໃຫ້​ສັງຄົມ​ ຜູ້​ບໍລິ​ໂພ​ກສື່​ດັ່ງກ່າວຄວນ​ພິຈາລະນາ​ຢ່າງ​ລະອຽດຕໍ່​ກັບ​ຂໍ້​ມູນທີ່​ເກີດ​ຂຶ້ນ ​ເພື່ອ​ເປັນ​ການ​​ເຄົາລົບ​ຕໍ່​ກຽດ​ສັກ​ສີ​ຂອງ​ຜູ້​ປະສົບ​ໄພ/.