ສະພາ​ຕ່ຳ​ຂອງຝຣັ່ງອະນຸມັດ​ໃຫ້​ເກັບອາກອນສຳລັບ​ຄົນ​ຮັ່ງມີ

(GMT+08:00) 2013-10-20 13:50:24     cri
ຕອນ​ຄ່ຳ​ວັນ​ທີ18ຕຸລາ​ນີ້,ສະພາ​ຜູ້​ແທນ​ລາ​ຊະ​ດອນ ຊຶ່ງ​ເປັນສະພາ​ຕ່ຳ​ຂອງຝຣັ່ງ​ໄດ້ປ່ອນ​ບັດ​ອະນຸມັດ​ໃຫ້​ເກັບອາກອນສຳລັບ​ຄົນ​ຮັ່ງມີທີ່​ມີ​ອັດຕາ​​ສູງ​ຕໍ່​ຄົນ​ທີ່​ມີ​ລາຍ​ໄດ້​ຫຼາຍ​ກວ່າ1ລ້ານ​​ເອີ​ໂຣຕໍ່​ປີ​ພາຍ​ໃນ​ປີ​ນີ້​ແລະ​ປີໜ້າ.

ອີງ​ຕາມ​ຍັດຕິ​ງົບປະມານ​ການ​ເງິນສົກ​ປີ2014ທີ່​ສະ​ເໜີ​ໂດຍ​ລັດຖະບານ​ຝຣັ່ງ,​ໃນ​ປີ2013​ແລະ​ປີ2014,ວິ​ສາ​ຫະກິດ​ທີ່​ຈົດ​ທະບຽນ​ແລ້ວ​ຢູ່​ຝຣັ່ງຈະຕາງກຳມະກອນ​ທີ່​ມີລາຍ​ໄດ້​ຫຼາຍ​ກວ່າ1ລ້ານ​ເອີ​ໂຣຕໍ່​ປີ​ເສຍອາກອນ​ທີ່​ມີ​ຊື່​ວ່າ "ການ​ປະກອບສ່ວນ​ເພື່ອ​ຊ່ວຍ​ເຫຼືອກັພິ​ເສດ"​ ​, ອັດຕາຂອງ​ອາກອນຊະນິດ​ນີ້​ແມ່ນ50%, ​ແຕ່ຍອດ​ຈຳນວນ​ອາກອນຊະນິດ​ນີ້​ທີ່​ວິ​ສາ​ຫະກິດ​ແຫ່ງ​ໜຶ່ງ​ເສຍ​ນັ້ນບໍ່​ໃຫ້​ຫຼາຍ​ກວ່າ5%ຂອງ​ຍອດ​ຈຳນວນທຸລະ​ກິດ​ຂອງ​ວິ​ສາ​ຫະກິດນັ້ນ.

ທ່ານ Cazeneuve ຜູ້ຕາງໜ້າຂັ້ນ​ລັດຖະມົນຕີ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານງົບປະມານຂອງຝຣັ່ງກ່າວ​ວ່າ, ອາກອນ​ປະ​ເພດ​ໃໝ່​ນີ້​ບໍ່​ແມ່ນ​ແນ​ໃສ່​ບຸກຄົນ​ທີ່​ໄດ້​ຮັບ​ຜົນສຳ​ເລັດ,ຫາກ​ແມ່ນ"ການ​ປະກອບສ່ວນ​ອັນ​ພິ​ເສດ"ຂອງ​ຜູ້​ມີ​ລາຍ​ໄດ້​ສູງ​ໃນ​ໄລຍະ​ປະ​ເທ​ດມີ​ຄວາມຫຍຸ້ງ​ຍາກ​ໃນ​ດ້ານ​ການ​ເງິນ​ສາທາລະນະ.