ເຈົ້າໜ້າ​ທີ່​ສະຖານທູດ​ຈີນ​ປະຈຳ​ລາວ​ເດີນທາງ​ໄປ​ປາກ​ເຊ​ເພື່ອ​ຊ່ວຍ​ຄອບຄົວ​ຂອງ​ຜູ້​​ເສຍ​ຊີວິດ ຊຳລະເລື່ອງຫຼັງ​ເຫດການ

(GMT+08:00) 2013-10-20 14:23:36     cri
ຕາມ​ຂ່າວCRI: ວັນ​ທີ19ຕຸລາ​ນີ້,ສະຖານ​ທູດຈີນ​ປະຈຳ​ລາວ​ເຜີຍ​ໃຫ້​ຮູ້​ວ່າ,ຫຼັງ​ຈາກ​ຖ້ຽວ​ບິນ QV301ຂອງ​ບໍລິສັດ​ການບິນ​ລາວ​ຕົກ​ຢູ່​ປາກ​ເຊທາງ​ພາກ​ໃຕ້​ຂອງ​ລາວ​ແລ້ວ,ສະຖານທູດ​ຈີນ​ປະຈຳ​ລາວ​ໄດ້​​ໃຫ້​ຄວາມ​ສຳຄັນໃນ​ລະດັບ​ສູງ​ຕໍ່​ເລື່ອງ​ນີ້,​ແລະ​ເລີ່​ມປະຕິບັດງານຕາມ​ກົນ​ໄກຮັບ​ມື​ສຸກ​ເສີນຢ່າງ​ທັນ​ການ, ຖາມ​ສະພາບ​ຕົວ​ຈິງ​ຈາກ​ກະຊວງ​ການ​ຕ່າງປະ​ເທດ​ລາວ​ແລະບໍລິສັດ​ການ​ບິນລາວ​ໃນ​ທັນທີ,ຕິດ​ຕໍ່​ກັບ​ຄອບຄົວ​ຂອງ​​ຜູ້​​ເສຍ​ຊີວິດຂອງ​ຈີນ,ຕັ້ງໜ້າ​ປະສານສົມທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ລາວ, ສະໜອງ​ຄວາມ​ຊ່ວ​ຍ​ເຫຼື​ອຫຼາຍ​ທີ່​ສຸດ​ໃຫ້​ຄອບຄົວ​ຂອງ​ຜູ້​ໂດຍສານຈີນ​ທີ່​​​​ເສຍ​ຊີວິດ​ໃນ​ເຫດການ​ຍົນ​ຕົກຄັ້ງນີ້.

ປະຈຸ​ບັນ,ສະຖານທູດຈີນ​ໄດ້​ສົ່ງ​ເຈົ້າໜ້າ​ທີ່​ກົງສຸນເດີນທາງ​ໄປ​ປາກ​ເຊ,​ເພື່ອ​ຊ່ວຍ​ເຫຼືອ​ຄອບຄົວ​ຜູ້​​ເສຍ​ຊີວິດຊຳ​ລະ​ແກ້​ໄຂ​ເລື່ອງ​ທີ່​ກ່ຽວຂ້ອງ.