ຢູ່ດາ​ມັສ​ເກີດ​ການລະ​ເບີດ​ແບບສະຫຼະ​ຊີບ ​ຢ່າງ​ໜ້ອຍເຮັດ​ໃຫ້30ຄົນ​ເສຍ​ຊີວິດ

(GMT+08:00) 2013-10-20 15:03:35     cri
ຕາມ​ຂ່າວCRI: ຕອນ​ເຊົ້າວັນ​ທີ19ຕຸລາ​ນີ້, ຢູ່​ເຂດຕໍ່​ແດນ​ລະຫວ່າງ​ເຂດມູ​ໄລ​ຮາ​ແລະ​ເມືອງ​ຈາຣາມາ​ນາ​ທີ່ຢູ່​ຊານ​ເມືອງ​ຂອງ​ດາ​ມັສ ນະຄອນຫຼວງ​ຂອງ​ຊີຣີ,​ໄດ້​ເກີດ​ເຫດການ​ຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຄັ້ງໜຶ່ງ, ພາຍຫຼັງ​ມາລະຫວ່າງ​ທະຫານ​ລັດຖະບານ​ແລະ​ຝ່າຍ​ຕໍ່ຕ້ານ​ໄດ້​ຍິງ​ປືນ​ໃສ່​ກັນ, ​ຢ່າງ​ໜ້ອຍເຮັດ​ໃຫ້30ຄົນ​ເສຍ​ຊີວິດ.

ມີ​ຄົນ​ເຫັນ​ເຫດການບອກ​ໃຫ້​ຮູ້ວ່າ,ຕອນ​​ເຊົ້າມື້​ດຽວ​ກັນ ມີ​ຄົນ​ຫຼອນ​ໂຈມ​ຕີ​ແບບສະຫຼະ​ຊີບ​ຄົນ​ໜຶ່ງ​ໄດ້​ລະ​ເບີດ​ລົດ​ທີ່​ຕິດຕັ້ງລູກ​ລະ​ເບີດ​ຄັນ​ໜຶ່ງ​ຢູ່ຄຽງ​ຂ້າງ​ສະຖານີ​ກວດກາ​ທີ່ຢູ່​ຊານ​ເມືອງ​ດາ​ມັສ, ​ຢ່າງ​ໜ້ອຍເຮັດ​ໃຫ້15ຄົນ​ໄດ້​ຮັບ​ບາດ​ເຈັບ,​ໃນ​ນັ້ນສ່ວນ​ຫຼາຍບາດ​ເຈັບ​ໜັກ,ການລະ​ເບີດ​ທັງ​ໄດ້​ທຳລາຍ​ຕຶກອາຄານ​ແລະສິ່ງ​ກໍ່ສ້າງ​ຢູ່​ອ້ອມ​ຂ້າງ​ອີກ. ຫຼັງ​ຈາ​ກ​ເກີດ​ການ​ລະ​ເບີດ​ແລ້ວ,ທະຫານ​ລັດຖະບານ​ແລະ​ຜູ້​ປະກອບ​ອາວຸດ​ຂອງ​ຝ່າຍ​ຕໍ່ຕ້ານ​ເລີ່​ມຍິງ​ປືນ​ໃສ່​ກັນ​ຢ່າງ​ດຸ​ເດືອດ,​ແລະ​ມີ​ລູກປືນ​ຄົກຢ່າງ​ໜ້ອຍ 3 ລູກຍິງ​ຖືກ​ເຂ​ດຍິງ​ປືນ​ກັນ,​ພາ​ໃຫ້​ຫຼາຍ​ຄົນ​ເສຍ​ຊີວິດ,ໃນ​ຄົນ​ເສຍ​ຊີວິດ​ ຫຼາຍ​ກວ່າ​ເຄິ່ງໜຶ່ງ​ແມ່ນຜູ້​ປະກອບ​ອາວຸດ​ຂອງ​ຝ່າຍ​ຕໍ່ຕ້ານລັດຖະບານ,ສ່ວນ​ເຫຼືອນັ້ນ​ແມ່ນທະ​ຫານຂອງ​ລັດຖະບານ.