ກອງ​ປະຊຸມ​ສະ​ໄໝ​ສາມັນ​ຂອງລັດຖະບານ​ຈີນຈັດ​ວາງ​ມາດ​ຕະການ​ຊຸກ​ຍູ້​ການ​ປະຕິ​ຮູບ​ແລະ​ຫັນປ່ຽນ​ໂຄງ​ປະກອບ​ການ​ພັດທະນາ​ເສດຖະກິດ

(GMT+08:00) 2013-10-21 11:59:07     cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 18 ຕຸລາ​ນີ້, ທ່ານຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​​ເປັນ​ປະທານ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຂອງ​ລັດຖະບານ​ຈີນ, ​ເພື່ອ​ຮັບ​ຟັງ​ການ​ລາຍ​ງານ​ສະພາບ​ການ​ຈັດຕັ້ງປະຕິບັດມາດ​ຕະການການ​ຊຸກ​ຍູ້​ການ​ປະຕິ​ຮູບ ​ແລະ ຫັນປ່ຽນ​ໂຄງ​ປະກອບ​ການພັດທະນາ​ເສດຖະກິດ​ທີ່​ລັດຖະບານ​ໄດ້​ວາງ​ອອກ​ເປັນ​ເວລາ​ເຄິ່ງປີ​ມາ​ນີ້, ຈັດ​ວາງ​ວຽ​ກງານ​ທີ່​ກ່ຽວຂ້ອງ​ເພື່ອ​ສ້າງ​ພື້ນຖານ​ການ​ພັດທະນາ​ເສດຖະກິດ​ໃຫ້ໜັກ​ແໜ້ນ​​ກວ່າ​ເກົ່າ.

ກອງ​ປະຊຸມ​ຊີ້​ອອກ​ວ່າ, ໂດຍປະເຊີນໜ້າກັບສະຖານະການ​ເສດຖະກິດ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ອັນ​ສັບສົນ, ລັດຖະບານ​ໄດ້​ວາງ​ແຜນ ການ​ໃຫຍ່​​​ເຊິ່ງມີ​ເນື້ອ​ໃນ​ກວມ​ລວມ​ການ​ພັດທະນາ​ຢ່າງ​ໝັ້ນທ່ຽງ, ຫັນປ່ຽນ​ໂຄງ​ປະກອບ​ກາ​ນພັດທະນາ, ຊຸກ​ຍູ້​ການ​ປະຕິ​ຮູບ, ຮັກສາ​ຄວາມ​ທຸ່ນ​ທ່ຽງ​ ແລະ ປະຕິບັດ​ນະ​ໂຍບາຍ​ອັນ​ໝັ້ນທ່ຽງ ​ໂດຍອີງ​ຕາມ​ທິດ​ທາງ​ພື້ນຖານ​ລວມຂອງ​ການ​ເຮັດ​ວຽກ​ແບບ​ພັດທະນາ​ກ້າວ​ເດີນ​ໄປ​ໜ້າ​​ໃນ​ສະພາບ​ຄວາມ​ໝັ້ນທ່ຽງ. ຕົວ​ເລກ​ຂໍ້​ມູນ​ສະຖິຕິ​ທີ່​ໄດ້​ປະກາດ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ, ​ເສດຖະກິດ​ຈີນ​ໃນ​ໄຕ​ມາດ​ທີ 3 ປີ​ນີ້​ໄດ້​ມີ​ກາ​ນພັດທະນາ​​ໄປ​ພາຍ​ໃຕ້​ສະພາບ​ຄວາມ​ໝັ້ນທ່ຽງ.


​ໃນກອງ​ປະຊຸມ​ໄດ້​ຄົ້ນຄວ້າ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ຢູ່​ໃນ​ການຈັດຕັ້ງປະຕິບັດ​ມາດ​ຕະການ​ການ​ຊຸກ​ຍູ້​ການ​ປະຕິ​ຮູບ ​ແລະ ຫັນປ່ຽນ​ໂຄງ​ປະ ກອບ, ​ໂດຍ​ຊີ້​ອອກ​ວ່າ, ຕ້ອງ​ເພີ່ມ​ຄວາມ​ແຮງຫຼາຍ ກວ່າ​ເກົ່າ​ໃນ​ການ​ຊຸກ​ຍູ້​ການ​ປະຕິ​ຮູບ​ແລະ​ຫັນປ່ຽນ​ໂຄງ​ປະກອບ, ສືບ​ຕໍ່​ຈັດຕັ້ງປະຕິບັດ​ມາດ​ຕະການ​ຕ່າງໆ​ທີ່​ໄດ້​ວາງ​ອອກ​ແລ້ວນັ້ນ​ໃຫ້​ດີ, ​ເຮັດ​ໃຫ້ການປະຕິຮູບ​ບັງ​ເກີດ​ເງິນ​ປັນ​ຜົນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເຮັດ​ໃຫ້​ນະ​ໂຍບາຍ​ມີ​ປະສິດທິ ພາບ​ຢ່າງ​ຕໍ່​ເນື່ອງ, ມີ​ຜົນ​ດີ​​ໃນ​ໄລຍະ​ສັ້ນ​ແລະ​ຍິ່ງ​ມີ​ຜົນ​ດີ​ໃນ​ໄລຍະ​ຍາວ, ສ້າງ​ພື້ນຖານ​ການ​ພັດທະນາ​ເສດຖະກິດ​ໃຫ້​ໜັກ​ແໜ້ນ​ກວ່າ​ເກົ່າ, ຊຸກ​ຍູ້​ການ​ຍົກ​ສູງ​ຄຸນນະພາ​ບ​ແລະ​ເພີ່ມ​ປະສິດທິ​ຜົນ​ຂອງ​ເສດຖະກິດ, ​ເພີ່ມ​ພະລັງ​ພາຍ​ໃນ​ດ້ານ​ການ​ພັດທະນາ​ແລະ​ພະລັງ​ຊຸກ​ດັນ​ໄລຍະ​ຍາວ​ນານ.