ນາຍົກລັດຖະມົນຕີຣັດເຊຍຈະເດີນທາງມາຢ້ຽມຢາມຈີນ ຈະ​ເອົາ​ໃຈ​ໃສ່​ການ​ຮ່ວມມືດ້ານ​ເສດຖະກິ​ດການ​ຄ້າ​ແລະ​ການ​ລົງທຶນ

(GMT+08:00) 2013-10-21 14:17:57     cri
ຕາມ​ຂ່າວCRI: ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ, ທ່ານ ດີມີຕຼີ ເມັດເວເດັຟ, ນາຍົກລັດຖະມົນຕີຣັດ​ເຊຍ​ຈະ​ເດີນທາງ​ມາ​ຢ້ຽມຢາມ​ຈີນ​ແຕ່​ວັນ​ທີ22ຫາ​ວັນ​ທີ23ຕຸລາ​ນີ້, ​ແລະ​ຈະ​​ເຂົ້າ​ຮ່ວມການ​ພົບ​ປະຕາມ​ເວລາ​ກຳນົດ​ລະຫວ່າງ​ນາຍົກ​ລັດຖະມົນຕີຈີນ​ແລະຣັດ​ເຊຍ​ຄັ້ງ​ທີ18.

ກົມ​ການຂ່າວ​ລັດຖະບານຣັດ​ເຊຍ​ເປີດ​ເຜີຍ​ວ່າ, ຫົວ​ຂໍ້​ປຶກ​ສາ​ຫາລື​ຕົ້ນຕໍ​ຂອງການ​ພົບ​ປະລະ​ຫວ່າງນາຍົກລັດຖະມົນຕີຈີນ​ແລະຣັດ​ເຊຍ​​ໃນຄັ້ງ​ນີ້​ແມ່ນ​ການ​ພັດທະນາ​ດ້ານ​ເສດຖະກິດ​ການ​ຄ້າ​​ແລະ​ການ​ປະສານ​ງານ​ດ້ານ​ການ​ລົງທຶນລະຫວ່າງ​ສອງ​ຝ່າຍ​ຕື່ມອີກ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ອຸດສາຫະກຳ​ແລະ​ຂະ​​ແໜງ​ການຜະລິດ​ລະຫວ່າງ​ສອງ​ປະ​ເທດ, ​ແລະຈັດ​ຕັ້ງ​ປະຕິບັດ​ໂຄງການ​ຮ່ວມ​ມື​ດ້ານ​ພະລັງງານ​ລະຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ. ນອກ​ນີ້, ສອງ​ຝ່າຍ​ຍັງ​ຈະ​ສະຫຼຸບ​ວຽກ​ງານ​ຂອງ​ປີ​ທ່ອງ​ທ່ຽວຣັດ​ເຊຍ-​ຈີນສຳລັບປີ2012​​ແລະ​ປີ2013, ປຶກສາ​ຫາລື​ວຽກ​ງານ​ກະກຽມ​ຂອງ​ປີ​ຊາວ​ໜຸ່ມ​​ເຍົາ​ວະ​ຊົນ​ລະຫວ່າງຣັດ​ເຊຍ​-​ຈີນ​​ສຳລັບ​ປີ2014​ແລະ​ປີ2015. ຫຼັງ​ຈາກ​ການ​ເຈລະຈາ​ລະຫວ່າງ​ຫົວໜ້າ​ລັດຖະບາ​ນຣັດ​ເຊຍ​-​ຈີນສຳ​ເລັດ​ລົງ​ຍັງ​ມີ​ແຜນການລົງ​ນາມ​ໃນ​ເອກະສານຕ່າງໆ​ລະຫວ່າງພາກສ່ວນ​ແລະ​ບໍ່​ລິ​ສັດ​ສອງ​ຝ່າຍ, ​ເພື່ອຊຸກຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ທຸກ​ຂົງ​ເຂດ​ລະຫວ່າງຣັດ​ເຊຍ​ກັບ​ຈີນ​ຕື່ມ​ອີກ. ນອກຈາ​ກການ​ເຈລະຈາ​ກັບ​ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ແລ້ວ, ຜູ້ນຳ​​ຈີນຄົນ​ອື່ນໆ​​ຍັງ​ຈະ​ພົບ​ປະ​ເຈລະຈາ​ກັບ​ທ່ານດີມີຕຼີ ເມັດເວເດັຟຕື່ມ​ອີກ.

"​ເວັບ​ໄຊ​ຂ່າວ​ສານສະຫະພັນ"ຂອງຣັດ​ເຊຍ​ນຳ​ເອົາ​ທັດສະນະ​ຂອງ​ຜູ້​ຊ່ຽວຊານມາລາ​ຍງານ​ວ່າ, ​ໃນ​ຂະ​ບວນການ​ຮູບ​ແບບ​ການ​ພັດທະນາ​ເສດຖະກິດ​ຂອງຣັດ​ເຊຍ, ການ​ລົງທຶນ​ຈາກ​ຈີນມີ​ຄວາມ​ສຳຄັນ​ຫຼາຍ, ສ່ວນຈີນ​ກໍ່​ມີ​ຄວາມ​ຕ້ອງການ​ຢ່າງ​ຫຼວງ​ຫຼາ​ຍ​ຕໍ່​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ​ແລະ​ພະລັງງານຂອງຣັດ​ເຊຍ, ຍ້ອນການ​ຮ່ວມ​ມື​ລະຫວ່າງຣັດ​ເຊຍ​ກັບ​ຈີນ​ມີ​ລັກສະນະ​ການ​ຊ່ອຍ​ຊູ​ຍູ້​ໜູນ​ຊຶ່ງ​ກັນ​ແລະ​ກັນ​ໃນ​ໄລຍະ​ຍາວ, ຖ້າວ່າ​ສາມາດ​ຮັກສາ​​ການ​ຮ່ວມ​ມືຄື​​ແນວ​ນີ້ຕໍ່​ໄປ, ສອງ​ຝ່າຍ​ກໍຈະ​ໄດ້​ຮັບ​​ຜົນ​ປະ​ໂຫຍ​ດຮ່ວມ​ກັນ.