ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ເງິນ​ມະ​ເລ​ເຊຍ​ກ່າວ​ວ່າ​ຈະ​ເລື່ອນ​ເວລາ​ເກັບ​ພາສີ​ການ​ບໍ​ລິ​ໂພ​ກ

(GMT+08:00) 2013-10-21 14:18:52     cri
ຕາມ​ຂ່າວCRI: ຫວ່າງ​ກ່ອນ​ນີ້​ບໍ່ດົນ​ທ່ານ​ອາມັດ ມາສລານ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ເງິນ​ມະ​ເລ​ເຊຍ​ເປີດ​ເຜີຍ​ວ່າ, ລັດຖະບານ​ຈະ​ບໍ່​ເກັບ​ພາສີ​ການ​ບໍລິ​ໂພ​ກ​ໃນ​ປີໜ້າ. ​ແຕ່​ວ່າ​ມີ​ນັກວິ​ເຄາະ​​ໄດ້​ຊີ້​ອອກ​ວ່າ, ​ເພື່ອ​​ເຮັດ​ໃຫ້​ລາຍ​ຮັບ​ຂອງ​ຄັງ​ເງິນ​ເພີ່ມ​ຂຶ້ນ, ລັດຖະບານມະ​ເລ​ເຊ​ອາດ​ຈະ​ເກັບ​ພາສີ​ການ​ບໍລິ​ໂພ​ກພາຍ​ໃນ​ປີ2015.

ລັດຖະບານ​ມະ​ເລ​ເຊ​ໄດ້ວາງ​ມາດ​ຕະການ​ເພື່ອ​ເກັບພາສີ​ການ​ບໍລິ​ໂພ​ກ​ໃນ​​ເດືອນ​ທັນວາ​ປີ2009, ​ແຕ່​ວ່າ​ໃນ​ບັນ​ຍາ​ກາດ​ທີ່​ມີ​ການ​ຄັດຄ້ານ​ຢ່າງ​ຫຼວງຫຼາຍ, ລັດຖະບານຈຶ່ງ​ໄດ້​ປະກາດ​​​ເລື່ອນ​​ເວລາການ​ປະຕິບັດ​ອອກ​ໄປ​ຢ່າງ​ບໍ່​ມີ​ເວລາ​ກຳນົດ. ກ່ອນ​ໜ້ານີ້​ເຄີຍ​ມີ​ຫຼາ​ຍຄົນ​ເວົ້າ​ວ່າ​ແຜນງົບປະມານ​ການ​ເງິນ​ສົກ​ປີ2014ຈະ​ສະ​ເໜີ​ໃຫ້​ເກັບ​ພາສີ​ການ​ບໍລິ​ໂພ​ກ, ​​ແລະ​ຈະ​​ເລີ່​ມປະຕິບັດ​​ໃນ​ວັນ​ທີ1ມັງກອນ​ປີ2014ໜ້າ​ນີ້.