​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ ຈະ​ເລັ່ງລັດ​ຊຸກຍູ້​ການສ້າງແລວ​ເສດຖະກິດ​ຈີນ, ບັງ​ກະລາ​ເດັດ, ອິນ​ເດຍ​ແລະ​ມຽນມາ

(GMT+08:00) 2013-10-21 10:39:29     cri

ວັນ​ທີ 20 ຕຸລາ​ນີ້, ທ່ານ​ຫວາງ​ຢີ້, ລັດຖະມົນຕີ​ວ່າການ​ກະຊວງການ​ຕ່າງປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ນາງ​ດີ​ພູ ​ໂມ​ນີ, ລັດຖະມົນຕີ​ວ່າການ​ກະຊວງການ​ຕ່າງປະ​ເທດບັງ​ກະລາ​ເດັດທີ່​ມາຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ.

ທ່ານ​ຫວາງ​ຢີ້ກ່າວ​ວ່າ, ຈີນ​ຍິນ​ດີ​ຮັກສາ​ການ​​ແລກປ່ຽນການ​ຢ້ຽມຢາມ​​ເຊິ່ງກັນ​ແລະກັນ​ໃນ​ລະດັບ​ສູງ​ກັບບັງ​ກະລາ​ເດັດ, ລົງ​ເລິກການ​ຮ່ວມ​ມືທີ່ຕິດແທດກັບຕົວຈິງ, ​ເລັ່ງລັດ​ຊຸກຍູ້​ການ​ສ້າງ​​ແລວເສດຖະກິດ​ຈີນ, ບັງ​ກະລາ​ເດັດ, ອິນ​ເດຍ​ແລະ​ມຽນມາແລະການຮ່ວມມືໃນໂຄງການໃຫຍ່, ເພີ່ມທະວີການແລກປ່ຽນ​ດ້ານ​ວັດທະນະ​ທໍາ-ສັງຄົມ ​ແລະ​ການ​ປະສານ​ງານ​ໃນ​ບັນຫາ​ພາກ​ພື້ນ​ກໍ​ຄື​ສາກົນ, ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ນາງ​ໂມ​ນີ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ລັດຖະບານ​ຈີນ​ຊຸດ​ໃໝ່​ທີ່​ໄດ້​ທໍາ​ຄວາມ​ພະຍາຍາມ​​ໃນ​ການ​ຊຸກ​ຍູ້​ກາ​ນພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ແລະ​ຍິນ​ດີ​ເຂົ້າ​ຮ່ວມ​ການ ສ້າງ​​ແລວເສດຖະກິດ​ບັງ​ກະລາ​ເດັດ, ຈີນ, ອິນ​ເດຍ​ແລະ​ມຽນມາ. ຝ່າຍບັງ​ກະລາ​ເດັດຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຈີນ, ທໍາ​ຄວາ​ມພະຍາຍາມ​ເພື່ອ​ລົງ​ເລິກ​ແລະ​ຍົກ​ລະດັບ​ການ​ພົວພັນ​ສອງ​ຝ່າຍ ​ແລະ​ສ້າງ​ຄວາມ​ຈະ​ເລີ​ນ​ໃໝ່​ລະຫວ່າງບັງ​ກະລາ​ເດັດກັບ​ຈີນ.