ທໍ່​ສົ່ງອາຍ​ແກ​ສທໍາ​ມະ​ຊາດ​ຈີນ-ມຽນມາສາຍ​ສໍາຄັນໄດ້​ສ້າງ​ສໍາ​ເລັດ​ແລະ​ເລີ່​ມ​​ໃຫ້ບໍລິການ​ແລ້ວ

(GMT+08:00) 2013-10-21 11:01:19     cri

ວັນ​ທີ 20 ຕຸລາ​ນີ້, ກຸ່ມ​ບໍລິສັດ​ນໍ້າມັນ​​ເຊື້ອ​ໄຟແລະ​ອາຍ​ແກ​ສທໍາ​ມະ​ຊາດ​ຈີນ​ເປີດ​ເຜີຍ​ວ່າ, ​ພິທີ​ຈູດອາຍ​ແກ​ສທໍາ​ມະ​ຊາດທີ່​ມາ​ຈາກ​ອ່າວ​ບັງ​ກະລາ​ເດັດ​ຂອງ​ມຽນມາ​ໄດ້​ຈັດ​ຂຶ້ນ​ຢູ່ນະຄອນ​ກຸ້ຍ​ກາງ ​​ເຂດ​ກວາງຊີ​ຂອງ​ຈີນ ​ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ທໍ່​ສົ່ງອາຍ​ແກ​ສທໍາ​ມະ​ຊາດ​ຈີນ-ມຽນມາ​ສາຍ​ສໍາຄັນໄດ້​ສ້າງ​ສໍາ​ເລັດ​ແລະ​ເລີ່​ມ​​ໃຫ້ບໍລິການ​ແລ້ວ.

ຕໍ່​ຈາກ​ນີ້​ເປັນ​ຕົ້ນ​ໄປ, ​ແຕ່ລະ​ປີ​ຈະ​ມີ​ອາຍ​ແກ​ສທໍາ​ມະ​ຊາດ 12 ຕື້​ແມັດ​ກ້ອນຈະ​ສ້າງ​ຄວາມສຸກ​ໃຫ້​ແກ່​ມຽນມາ​ແລະ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ ​​ເຮັດ​ໃຫ້​ປະຫວັດ​ສາດ​ທີ່​​​ພູພຽງ​ຢູນກຸ້ຍ​ບໍ່​ມີທໍ່​ສົ່ງອາຍ​ແກ​ສທໍາ​ມະ​ຊາດນັ້ນສິ້ນ​ສຸດ​ລົງ ​ແລະ​​ເຮັດ​​ໃຫ້​ປະຊາຊົນ​ເກືອບຮ້ອຍ​ລ້ານ​ຄົນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ. ການ​ກໍ່ສ້າງ​ໂຄງການ​ນີ້​ໄດ້​ຊຸກຍູ້​ການ​ລົງທຶນ​ໂດຍ​ກົງ​ຢູ່ຕາມ​ເສັ້ນທາງທໍ່​ສົ່ງອາຍ​ແກ​ສທໍາ​ມະ​ຊາດຜ່ານຫລາຍ​ກວ່າ 100 ຕື້​ຢວນ ​ກາຍ​ເປັນ​ຂົວ​ແລະ​ສາຍພານ​​ໃໝ່ແຫ່ງ​ການ​ລົງ​ເລິກ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ຈີນ​-​ມຽນມາ.

ທໍ່​ສົ່ງນໍ້າມັນ​ເຊື້ອ​​ໄຟແລະອາຍ​ແກ​ສທໍາ​ມະ​ຊາດ​ຈີນ-ມຽນມາ​​ເປັນສາຍທາງ​ຍຸດ​ທະ​ສາດ​ທີ່​ນໍາ​ເຂົ້າພະລັງງານ​ຂອງ​ພາກ​ຕາ​ເວັນ​ຕົກສຽງ​ໃຕ້​ຂອງ​ຈີນ ມີ​ຄວາມຍາວ​ທັງ​ໝົດ 7676 ກິ​ໂລ​​ແມັດ. ສາມາດ​ລໍາລຽງ​ຂົນ​ສົ່ງ​​ນໍ້າມັນດິບຈາກ​ມຽນມາ​ໄປ​ຈີນ 22 ລ້ານ​ໂຕນຕໍ່​ປີ​ແລະອາຍ​ແກ​ສທໍາ​ມະ​ຊາດ 12 ຕື້​ແມັດ​ກ້ອນ​ຕໍ່​ປີ.