ລັດຖະມົນຕີ​ການ​​ເງິນ​ອາ​ເມ​ລິ​ກາ​ກ່າວ​ວ່າ ​ເສດຖະກິດ​ອາ​ເມ​ລິ​ກາ​ມີ​ຄວາມ​ສາມາ​ດ​ຟື້ນ​ຕົວ​ຈາກ​ຜົນ​ກະທົບ​ຂອງ​ສະພາບ​ແຂງກະດ້າງ​ດ້ານ​ການ​ເງິນ

(GMT+08:00) 2013-10-21 16:26:04     cri

ວັນ​ທີ 20 ຕຸລາ​ນີ້, ທ່ານ​ຈາ​ຄົບ ລູ, ລັດຖະມົນຕີວ່າການ​ກະຊວງ​ການ​​ເງິນ​ອາ​ເມ​ລິ​ກາ​ກ່າວ​ວ່າ, ​ໃນ​ຫລາຍ​ອາທິດ​ທີ່​ຜ່ານ​ມາ, ສະພາບ​ແຂງກະດ້າງ​ດ້ານ​ການ​ເງິນ​ໄດ້​ເຮັດ​ໃຫ້​ມີ​ການ​ເສຍ​ຫາຍ​ດ້ານ​ເສດຖະກິດ, ​ແຕ່​ວ່າເສດຖະກິດ​ອາ​ເມ​ລິ​ກາ​ມີ​ຄວາມ​ຄ່ອງ​ຕົວທີ່​ພຽງພໍ​ໃນ​ການ​ຟື້ນ​ຕົວ​ຈາກສະພາບ​ນີ້. ​

ທ່ານ​ລູ ກ່າວ​ວ່າ, ຄວາມ​ປັ່ນ​ປ່ວນ​ໃນ​ຫລາຍ​ອາທິ​ດທີ່​ຜ່ານ​ມາ​ສ່ວນ​ຫລາຍ​ແມ່ນ​ວິ​ກິດ​ການ​ດ້ານ​ການ​ເມືອງ, ຫາກ​ບໍ່​ແມ່ນ​ວິ​ກິດ​ການ​ດ້ານ​ເສດຖະກິດ. ສະພາບ​ແຂງກະດ້າງ​ດ້ານ​ການ​ເງິນ​ໄດ້​ມີ​ຜົນ​ກະທົບ​ຕໍ່​​ເສດຖະກິດ, ​ແຕ່​ທ່າ​ນ​ເຊື່ອ​ວ່າເສດຖະກິດ​ອາ​ເມ​ລິ​ກາ​ມີ​ຄວາມ​ຄ່ອງ​ຕົວທີ່​ພຽງພໍ​ໃນ​ການ​ຟື້ນ​ຕົວ​ຈາກສະພາບ​ນີ້. ສະພາບ​ແຂງກະດ້າງ​ດ້ານ​ການ​ເງິນທີ່​ພາ​ໃຫ້​ມີ​ຄວາມ​ສ່ຽງ​ໄພ​​ໃນ​ການລະ​ເມີດ​ສັນຍາ​ດ້ານ​ໜີ້​ສິນ​ໄດ້​ເຮັດ​ໃຫ້​ອັດຕາ​ດອກ​​ເບ້ຍ​ໜີ້​ສິນໄລຍະ​ສັ້ນຂອງ​ລັດ​ຂອງ​ອາ​ເມ​ລິ​ກາ​ສູງ​ຂຶ້ນ ​ແລະ​ຍັງ​ໄດ້​ເຮັດ​​ໃຫ້​ອົງການ​ທີ່​ບໍ່ສໍາຄັນຂອງ​ລັດຖະບານ​ໄດ້ຮັບ​ຄວາມ​ເສຍ​ຫາຍ​​ໃນ​ການ​​ເຄື່ອນ​ໄຫວ​ດ້ານ​ເສດຖະກິ​ດ, ຄົນ​ທົ່ວ​ໄປຈະ​ເອົາ​​ໃຈ​ໃສ່​ສະຖິຕິ​ດ້ານ​ເສດ​ຖະກິດ​​ໃນ​ອະ​ນາ​ຄົດ.

ທ່ານ​ລູຍັງ​ໄດ້​ກ່າວ​ຕື່ມ​ວ່າ, ​ເນື້ອ​ໃນ​ຈໍານວນ​ໜຶ່ງ​ຂອງ​ກົນ​ໄກ​ຫລຸດຜ່ອນ​ເງິນ​ຂາດ​ດຸນ​ແບບ​ອັດຕະ​ໂນ​ມັດ​ທີ່​ປະຕິບັດ​ນັບແຕ່​ເດືອນມີນາ​ປີນີ້​ເປັນ​ຕົ້ນມາ​ຄວນ​ປ່ຽນແທນ​​ໂດ​ຍມາດ​ຕະການ​ການ​ປະຕິ​ຮູບ​ດ້ານ​ພາສີ​ແລະ​ໂຄງການ​ສະຫວັດ​ດີກາ​ນທີ່​​ເໝາະ​ສົມ​ແລະ​ສະໝໍ່າສະ​ເໝີ​ກວ່າ​ເກົ່າ ​ເພື່ອ​ຫລຸດຜ່ອນ​ບົດບາ​ດການ​ຍັບ​ຍັ້ງຂອງ​ລັດຖະບານ​ທີ່​ປັບ​ຫລຸດ​ລາຍ​ຈ່າຍດ້ານ​ເສດຖະກິດ.